ດ່ວນ! ໄຟໄຫມ້ເຮືອບິນອັງກິດ 172 ຊີວິດລອດຕາຍ

1441758717-585834b069b49fbfdcc92f0c523df195

ວັນທີ 9 ກັນຍາ 2015 ເຮືອບິນໂດຍສານ ຂອງສາຍການບິນບຣິຕິດແອເວ ຂອງອັງກິດເກີດໄຟໄໝ້ກາງເດິ່ນ ໃນສະໜາມບິນນານາຊາດແມັກຄາເຣນ ໃນນະຄອນລາສເວກັສຂອງສະຫະລັດ ຂະນະທີ່ມີຜູ້ໂດຍສານ 159 ຄົນ ແລະຈຸບິນອີກ 13 ຄົນ ເຮັດໃຫ້ຕ້ອງຮີບຟ້າວອົບພະຍົບ ຄົນລົງຈາກເຮືອບິນຢ່າງສົນລະວົນ.

ຮູບທີ່ຖືກສົ່ງຕໍ່ໃນໂລກສັງຄົມອອນໄລນ໌ ເຫັນເຮືອບິນໂບອິ້ງ 777 ມີກຸ່ມຄວັນດຳລຸກຖ້ວມຂຶ້ນມາ ຈາກສ່ວນທີ່ເປັນຖັງນ້ຳມັນຂອງເຮືອບິນ. ດ້ານສຳນັກງານການບິນກາງສະຫະລັດ (FAA) ແຈ້ງວ່າ ໄຟໄໝ້ຈາກຖັງນ້ຳມັນເບື້ອງຊ້າຍ ເຮັດໃຫ້ຕ້ອງຍົກເລີກການບິນກະທັນຫັນ ບໍ່ດັ່ງນັ້ນຄົງເປັນຂ່າວເສົ້າຂອງໂລກ ອີກເທື່ອໜຶ່ງ.

ແນວໃດກໍດີ ເຈົ້າໜ້າທີ່ໜ່ວຍສຸກເສີນ ສາມາດດັບໄຟໄດ້ແແລ້ວ ຂະນະນີ້ຍັງບໍ່ຮູ້ສາເຫດຂອງການໄໝ້ ແລະມີຜູ້ໄດ້ຮັບບາດເຈັບ 2 ຄົນ ເຫດເກີດໃນຂະນະທີ່ ເຮືອບິນ ຂະໜາດ 275 ບ່ອນນັ່ງ ກຳລັງຈະທະຍານຂຶ້ນສູ່ທ້ອງຟ້າ ມຸ່ງໜ້າໄປຍັງສະໜາມບິນລອນດອນ ປະເທດອັງກິດ.