Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄາດຕະກອນຂ້າຜູ້ເຖົ້າ 70 ປີຢູ່ຄໍາມ່ວນ ຖືກລົງໂທດຕາມກົດໝາຍ!

ຄາດຕະກອນຂ້າຜູ້ເຖົ້າ 70 ປີຢູ່ຄໍາມ່ວນ ຖືກລົງໂທດຕາມກົດໝາຍ!

Published on

Two boy

ທ້າວ ຫັດ ແກ້ວສຸພັນ ອາຍຸ 19 ປີ ແລະ ທ້າວ ດອນ ກອງສີດາ (ແປ້ວ) ອາຍຸ 21 ປີ ຢູ່ບ້ານນາດິນຈີ່ ເມືອງທ່າແຂກ ແຂວງຄໍາມ່ວນ ຖືກເຈົ້າໜ້າທີ່ສືບສວນ-ສອບສວນແຂວງຄໍາມ່ວນ, ນໍາຕົວໄປເຮັດແຜນປະກອບຄະດີເພື່ອສົ່ງໄອຍະການ ແລະ ສັ່ງຟ້ອງສານຕັດສີນລົງໂທດຕາມກົດໝາຍ, ພາຍຫລັງຮ່ວມກັນລົງມືຄາດຕະກໍາປຸ້ນຊັບແມ່ຕູ້ຄົນໜຶ່ງອາຍຸ 70 ປີຢູ່ບ້ານດຽວກັນແລ້ວເອົາສົບໄປຖິ້ມຢູ່ປ່າແຄມບ້ານ.

ຄະດີມີຢູ່ວ່າ: ໃນວັນທີ 19 ມິ ຖຸນາ 2015, ທ້າວ ຫັດ ໄດ້ໄປຫລິ້ນນໍາໝູ່, ເຊິ່ງເປັນຫລານຂອງແມ່ຕູ້ໜູ (ຜູ້ເສຍຊີວິດ), ໃນຂະນະນັ້ນ, ໄດ້ເຫັນແມ່ຕູ້ຈົກເງິນໃຫ້ຫລານຈຶ່ງຄິດຢາກໄດ້, ມາຮອດວັນທີ 23 ມິຖຸນາ 2015, ທ້າວ ຫັດ ໄດ້ຊວນໝູ່ຊື່ທ້າວ ດອນ ໄປປຸ້ນເອົາເງິນແມ່ຕູ້ໜູທີ່ກໍາລັງໄປຫາໜໍ່ໄມ້ຢູ່ນາໃກ້ບ້ານ, ໂດຍທ້າວ ຫັດ ໄດ້ໃຊ້ ໄມ້ຍາວປະມານໜຶ່ງແມັດຟາດບໍລິເວນງ່ອນຄໍແມ່ຕູ້ຈົນລົ້ມລົງໝົດສິຕິ, ຫລັງຈາກນັ້ນທັງສອງໄດ້ຄົ້ນເອົາເງິນ ແລະ ຊັບສິນໃນຖົງເສື້ອໄດ້ເງິນ 10

ພັນບາດ(ສະກຸນເງິນໄທ) ແລະ ສາຍຄໍຄໍາໜຶ່ງເສັ້ນໜັກໜຶ່ງບາດ, ກ່ອນຈະເອົາໄມ້ຟາດຕື່ມອີກສອງບາດຈົນເສຍຊີວິດ ແລ້ວທັງສອງໄດ້ຫາມສົບໄປຖິ້ມໄວ້ຢູ່ປ່າແຄມນາ ຫ່າງຈາກຈຸດເກີດເຫດປະມານ 70 ແມັດ, ຫລັງຈາກນັ້ນກໍເອົາເງິນແບ່ງກັນ ແລະ ມາຮອດວັນທີ 25 ກໍລະກົດ 2015 ທ້າວ ຫັດ ກໍໄດ້ໄປກໍ່ເຫດໃຊ້ມິດແທງ ນາງ ແມັມ ຢູ່ບ້ານດຽວກັນເພື່ອປຸ້ນຊັບຈົນໄດ້ຮັບບາດເຈັບສາຫັດ, ແຕ່ໂຊກດີມີປະຊາຊົນຢູ່ໃກ້ຄຽງເຂົ້າມາຊ່ວຍແຕ່ທ້າວ ຫັດ ໄດ້ເອົາຕົວຫລົບໜີ, ກ່ອນຖືກເຈົ້າໜ້າທີ່ສາມາດນໍາຈັບຕົວມາດໍາເນີນຄະດີໃນມື້ດຽວກັນ ແລະ ຈັບທ້າວ ດອນ ໃນວັນທີ 27 ກັນຍາ 2015 ມາດໍາເນີນຄະດີຕາມລະບຽບກົດໝາຍເຊັ່ນກັນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...