spot_img
Homeຂ່າວພາຍ​ໃນດ່ວນ! ປາກຽວ ຖືກປຸ້ນຄະແນນ

ດ່ວນ! ປາກຽວ ຖືກປຸ້ນຄະແນນ

Published on

14307790071430779102l

ການຊົກໄດ້ຈົບລົງແຕ່ວັນທີ 2 ແຕ່ຂ່າວຍັງສືບຕໍ່ຮ້ອນແຮງເລື້ອຍໆ ກັບການຊົກຄັ້ງປະຫວັດສາດຂອງ ສອງນັກຊົກ ລະຫວ່າງ ຟລອຍດ໌ ເມເວດເທີ ຈູເນຍ ນັກຊົກສະຫະລັດອາເມລິກາ ໄວ 38 ປີ ທີ່ເອົາຊະນະຄະແນນ ແມນນີ່ປາກຽວ ຍອດກຳປັ້ນຊາວຟີລິບປິນ ໄວ 36 ປີ ໄປ ຢ່າງເປັນເອກະສັນ ແຕ່ວ່າຂັດກັບສາຍຕາຂອງແຟນມວຍທົ່ວໂລກ.

ຫຼ້າສຸດ ເດລິເມວ ສື່ດັງຂອງອັງກິດ ໄດ້ເຜີຍແຜ່ຂ່າວວ່າ ການຊົກຄັ້ງນີ້ ປາກຽວ ອາດຈະເປັນຝ່າຍຊະນະຄະແນນເໜືອ ຟລອຍດ໌ ເນື່ອງຈາກພົບວ່າໃບໃຫ້ຄະແນນຂອງກຳມະການທັງ 3 ຄົນ ທີ່ຖືກແທນດ້ວຍຊື່ ໄວທ໌ (ຂາວ), ບລູ (ສີຟ້າ) ແລະພິ້ງ (ສີບົວ) ບໍ່ກົງກັບມຸມທີ່ຊົກຂອງທັງ ຟລອຍເມເວດເທີ ແລະ ແພັກແມນ.

14307790071430779107l

ສຳລັບການຊົກຄັ້ງແຫ່ງສະຕະວັດເມື່ອ ວັນທີ 2 ພຶດສະພາທີ່ຜ່ານມາ ຟລອຍດ໌ ຢູ່ໃນມຸມສີຟ້າ ສ່ວນປາກຽວ ຢູ່ໃນມຸມແດງ ເຊິ່ງບໍ່ກົງກັບໃບໃຫ້ຄະແນນ ທີ່ອອກມາ ເພາະໃບໃຫ້ຄະແນນລະບຸວ່າ ມຸມເຣດ (ແດງ) ເປັນຝ່າຍຊະນະ ແລະນັ້ນກໍໝາຍເຖິງ ປາກຽວ ຈະຕ້ອງເປັນຝ່າຍຊະນະຄະແນນ ບໍ່ແມ່ນ ຟລອຍດ໌

ໃນຂະນະດຽວກັນ ສື່ເຈົ້ານີ້ຍັງໄດ້ຕັ້ງຂໍ້ສົງໄສວ່າ ນີ້ຄືການລັອກຜົນຫຼືບໍ່? ຫຼືເປັນຄວາມບັງເອີນເທົ່ານັ້ນ ລວມເຖິງຜົນການຊົກທີ່ອອກມາ ອາດຈະມີບາງຢ່າງແອບແຝງຢູ່ຫຼືໍບໍ່?

ແຕ່ໃນສ່ວນທ້າຍຂອງໃບໃຫ້ຄະແນນ ມີການຮັບຮອງຈາກຄະນະກຳມະການກິລາ ປະຈຳລັດເນວາດ້າ ຂອງໂມເຣັດຕິ ທີ່ຂຽນກຳກັບໄວ້ວ່າໃຫ້ ຟລອຍດ໌ ເມເວດເທີ ຊະນະ ແມນນີ່ປາກຽວ ດ້ວຍຄະແນນເອກະສັນ. ແນວໃດກໍຕາມຂ່າວທີ່ອອກມາຫຼ້າສຸດ ກໍຍິ່ງເຮັດໃຫ້ການຊົກຄັ້ງນີ້ເຕັມໄປດ້ວຍ ຄວາມສົງໄສຈາກແຟນມວຍທົ່ວໂລກ ຫຼາຍຍິ່ງຂຶ້ນໄປອີກ.

ອ່ານຂ່າວຕົ້ນສະບັບທີ່: http://www.dailymail.co.uk/sport/boxing/article-3067387/Conspiracy-accident-Floyd-Mayweather-Manny-Pacquiao-marked-wrong-corners-judges-scorecard.htm

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...