spot_img
Homeຂ່າວຕ່າງປະເທດ"ດູເຕີເຕ" ອາສາທົດລອງວັກຊີນໂຄວິດ-19 ໃຫ້ຣັດເຊຍດ້ວຍຕົວເອງ

“ດູເຕີເຕ” ອາສາທົດລອງວັກຊີນໂຄວິດ-19 ໃຫ້ຣັດເຊຍດ້ວຍຕົວເອງ

Published on

ເວັບໄຊ sanook ລາຍງານວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໄດ້ຕັດສິນໃຈຮັບຂໍ້ສະເໜີວັກຊີນຕ້ານໄວຣັດໂຄວິດ-19 ຈາກຣັດເຊຍ ໂດຍອາສາສັກວັກຊີນດັ່ງກ່າວດ້ວຍຕົວເອງໃຫ້ປະຊາຊົນເຫັນເພື່ອສະແດງຄວາມຂອບໃຈ ແລະ ຄວາມເຊື່ອໃຈໃນວັກຊີນຂອງຣັດເຊຍ ພ້ອມສະເໜີຊ່ວຍຣັດເຊຍໃນການທົດລອງທາງຄລິນິກ ແລະ ການຜະລິດວັກຊີນດັ່ງກ່າວໃນປະເທດ.

ຟິລິບປິນມີຜູ້ປ່ວຍໂຄວິດ-19 ສະສົມ 136,638ຄົນ ເຊິ່ງຫຼາຍທີ່ສຸດໃນພາກພື້ນອາຊີ ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ຫຼັງຈາກຣັດເຊຍຈົດທະບຽນວັກຊີນຕ້ານເຊື້ອໄວຣັດໂຄວິດ-19 ພາຍໃນວັນທີ 10-12 ສິງຫາທີ່ຜ່ານມາ ເຊິ່ງຣັດເຊຍກາຍເປັນປະເທດທຳອິດຂອງໂລກທີ່ໄດ້ຮັບການອະນຸມັດຢ່າງເປັນທາງການໃນການໃຊ້ວັກຊີນຕ້ານໂຄວິດ-19.

ວັກຊີນດັ່ງກ່າວພັດທະນາໂດຍສະຖາບັນວິໄຈ Gamaleya ຂອງຣັດເຊຍ ແລະ ກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍ (Russian Direct Investment Fund ຫຼື RDIF) ນັ້ນ, ອາດຈະໄດ້ຮັບອະນຸມັດໃຫ້ນຳມາໃຊ້ກັບປະຊາຊົນໄດ້ພາຍໃນໄລຍະເວລາ 3-7 ວັນ ຫຼັງຈາກວັກຊີນດັ່ງກ່າວໄດ້ຮັບການຈົດທະບຽນ.

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...