ດູເຕີເຕ ຖະແຫລງເຢີ້ຍອາເມຣິກາ ລະຫວ່າງຢ້ຽມຢາມຈີນ ລະບຸຈີນບໍ່ເຄີຍຮຸກຮານປະເທດຕົນ ແມ່ນແຕ່ຕາລາງນິ້ວດຽວ!

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 19 ຕຸລາຜ່ານມານນີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ເດີນທາງເຖິງນະຄອນຫລວງປັກກິ່ງ ເພື່ອເລີ່ມການຢ້ຽມຢາມ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ ເປັນເວລາ 4 ມື້ ຊຶ່ງເປັນປະເທດທຳອິດ ພາຍຫລັງເຂົ້າຮັບຕຳແໜ່ງຂອງຕົນ ໂດຍທ່ານໄດ້ຖະແຫລງວ່າ ຈີນບໍ່ເຄີຍຮຸກຮານປະເທດຂອງຕົນ ແມ່ນແຕ່ຕາລາງນິ້ວດຽວ ຊຶ່ງຍົກຂຶ້ນມາປຽບທຽບກັບ ສະຫະລັດອາເມຣິກາ ທີ່ເປັນເຈົ້າອານານິຄົມຍຶດຄອງຟິລິບປິນ ໃນເມື່ອກ່ອນ.

ທ່ານ ດູເຕີເຕ ກ່າວວ່າ ປະເທດຍັກໃຫຍ່ແຫ່ງອາຊີປະເທດນີ້ ເປັນປະເທດທີ່ດີ ພວກເຂົາບໍ່ເຄີຍຮຸກຮານປະເທດຂອງຂ້າພະເຈົ້າ ບໍ່ວ່າຈະຍຸກໃດສະໄໝໃດ ແມ່ນແຕ່ຕາລາງນິ້ວດຽວ, ໃນລະຫວ່າງສົງຄາມເຢັນ ຈີນຖືກວາດພາບໃຫ້ເປັນຜູ້ຮ້າຍ ແລະ ຕະຫລອດໄລຍະຫລາຍປີຜ່ານມານີ້ ພວກເຮົາໄດ້ອ່ານໜັງສືແບບຮຽນ ທີ່ລ້ວນແຕ່ເປັນການໂຄສະນາຊວນເຊື່ອ ທີ່ຜະລິດໂດຍຕາເວັນຕົກ.

ໃນລະຫວ່າງການເດີນທາງຢ້ຽມຢາມຈີນ ຢ່າງເປັນທາງການໃນຄັ້ງນີ້ ທ່ານ ດູເຕີເຕ ຈະເຂົ້າພົບປະຫາລືກັບຜູ້ນຳລະດັບສູງຂອງຈີນ ຊຶ່ງລວມມີ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ນາຍົກລັດຖະມົນຕີ ຫລີ່ເຄີ້ສຽງ ອີກດ້ວຍ.

ທັງນີ້ ທ່ານ ດູເຕີເຕ ໄດ້ພະຍາຍາມຮັດແໜ້ນການພົວພັນຕ່າງປະເທດ ແບບປ່ຽນທິດທາງຢ່າງວ່ອງໄວ ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຟິລິບປິນ ໃນວັນທີ 30 ມິຖຸນາທີ່ຜ່ານມາ ດ້ວຍການຫັນໄປໃຫ້ຄວາມສຳຄັນກັບຈີນ ແລະ ຣັດເຊຍ, ໃນຂະນະດຽວກັນ ກໍໄດ້ຖອຍຫ່າງອອກຈາກສະຫະລັດອາເມຣິກາ ເນື່ອງຈາກທ່ານບໍ່ພໍໃຈທີ່ຖືກອາເມຣິກາ ວິພາກວິຈານເລື່ອງ ນະໂຍບາຍສົງຄາມຕ້ານອາຊະຍາກຳຂອງຕົນເອງ ແລ້ວຫັນໄປຍົກຍ້ອງຈີນ ແລະ ຣັດເຊຍແທນ ຊຶ່ງສອງປະເທດດັ່ງກ່າວນີ້ ໃຫ້ຄວາມເຄົາລົບຕໍ່ກິດຈະການພາຍໃນຂອງຟິລິບປິນ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!