Homeຂ່າວພາຍ​ໃນລູກຄ້າໂຄງການບຶງທາດຫຼວງຈະໄດ້ເຂົ້າພັກອາໃສໃນທ້າຍປີນີ້

ລູກຄ້າໂຄງການບຶງທາດຫຼວງຈະໄດ້ເຂົ້າພັກອາໃສໃນທ້າຍປີນີ້

Published on

ການລົງທຶນໃນເຂດເສດຖະກິດສະເພາະບຶງທາດຫຼວງມີຄວາມກ້າວໜ້າໄວພື້ນຖານໂຄງລ່າງໂດຍລວມຄືບໜ້າ 80% ຂະນະທີ່ໂຄງການສ້າງອາຄານທີ່ພັກອາໄສໃກ້ສຳ ເລັດຄາດເປີດໃຫ້ລູກຄ້າເຂົ້າຢູ່ໄດ້ໃນທ້າຍປີນີ້.
ຂໍ້ມູນເປີດເຜີຍໂດຍ ທ່ານ ຮວງກົວ ຜິງ ປະທານບໍລິສັດອະສັງຫາລິມະຊັບ ຫວ່ານເຟີ້ງ ຊຽງໄຮ້ ສປ ຈີນ ຜູ້ພັດທະນາເຂດບຶງທາດຫຼວງໃຫ້ຮູ້ວ່າ: ເຂດເສດຖະກິດສະເພາະບຶງທາດ ຫຼວງ (ຂພສ) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ດ້ວຍມູນຄ່າການລົງທຶນທັງໝົດ 1,6 ຕື້ໂດລາສະຫະລັດ ເພື່ອສ້າງໃຫ້ເປັນເຂດເມືອງໃໝ່ທີ່ທັນສະໄໝທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກຮອງຮັບໃຫ້ແກ່ການລົງທຶນເຂົ້າໃນຂະແໜງການຄ້າ, ການບໍລິການ, ໂຮງແຮມລະດັບ 5 ດາວ,ຫ້າງຊັບພະສິນຄ້າ ແລະສະຖານທີ່ພັກ ຜ່ອນອື່ນໆ, ບໍລິສັດໄດ້ທຸ່ມທຶນພັດທະນາ ລະບົບພື້ນຖານໂຄງລ່າງແລ້ວ 250 ລ້ານໂດລາ ຫຼື ປະມານ 2 ພັນກວ່າຕື້ກີບໃນໄລຍະເກືອບ 5 ປີ ແລະການພັດ ທະນາກໍມີຫຼາຍດ້ານທີ່ປະສົບຜົນສຳເລັດເປັນຕົ້ນແມ່ນພື້ນຖານໂຄງລ່າງສຳເລັດ 80%.

ໃນນີ້ໄດ້ສຳເລັດການສ້າງໜອງນ້ຳ ໃຫຍ່, ການສ້າງຮ່ອງລະບາຍນ້ຳ, ຖະ ໜົນຫົນທາງ, ລະບົບໄຟຟ້າ, ນ້ຳປະປາ ແລະພື້ນຖານໂຄ່າງລ່າງຕ່າງໆເຊັ່ນ: ສຳເລັດການຂຸດຮ່ອງນ້ຳໃຫຍ່ທີ່ມີຄວາມກວ້າງ 50 ເຮັກຕາ, ຮ່ອງນ້ຳອ້ອມໜອງ   ຍາວ 7.200 ແມັດ, ທາງອ້ອມໜອງນ້ຳໃຫຍ່ 3 ພັນແມັດ, ປັບໜ້າດິນຂອງໂຄງ ການທີ່ມີເນື້ອທີ່ 365 ເຮັກຕາ ໂດຍຊື້ດິນ ຈາກທາງນອກເຂົ້າມາຖົມໃນໂຄງການ ແລະໄດ້ສຳເລັດການສ້າງທາງຄອນກຣີດ ສອງເລນ, ພ້ອມດ້ວຍຕິດຕັ້ງລະບົບໄຟ ຟ້າເຢືອງທາງ ແລະສ້າງຂົວ 4 ແຫ່ງສຳເລັດອ້ອມຮອບບໍລິເວນໜອງນ້ຳໃຫຍ່, ພ້ອມນັ້ນຍັງສຳເລັດການສ້າງຕຶກຄອນ ໂດມີນ່ຽມຈຳນວນ 12 ຕຶກ, ແຕ່ລະຕຶກ  ສູງ 17 ຊັ້ນ ແລະຄາດວ່າທ້າຍປີນີ້ຈະສາ ມາດເປີດໃຫ້ຜູ້ທີ່ໄດ້ຊື້ຫ້ອງໄປແລ້ວ 60% ຂອງຈຳນວນຫ້ອງສາມາດເຂົ້າພັກອາໄສໄດ້.

ທ່ານ ຮວງກົວຜິງ ຍັງໃຫ້ຮູ້ອີກວ່າ: ສຳລັບແຜນພັດທະນາໃນຕໍ່ໜ້ານີ້ແມ່ນຈະລົງທຶນສ້າງສວນສະໜຸກຂະໜາດ ໃຫຍ່ຄືກັບດິສນີ່ແລນທີ່ມີເຄື່ອງຫຼີ້ນເຖິງ 60 ກວ່າລາຍການ ແລະສ້າງອົງປະກອບ ເພື່ອຮອງຮັບການທ່ອງທ່ຽວຕ່າງໆເຊັ່ນ: ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄ້າ ແລະອື່ນໆ ເພື່ອດຶງດູດແຂກທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ອງ ທ່ຽວ, ເມື່ອສ້າງສຳເລັດຈະສາມາດ ຮອງຮັບຜູ້ມາຢ້ຽມຢາມໄດ້ເຖິງ 9 ພັນ ຄົນຕໍ່ມື້ ຊຶ່ງຈະປະກອບສ່ວນໃນການ ເກັບລາຍຮັບເຂົ້າງົບປະມານ ແລະສ້າງລາຍຮັບດ້ານ GDP ເພີ່ມຂຶ້ນປະມານ 300 ລ້ານໂດລາຕໍ່ປີ ແລະມອບພັນທະ ໃຫ້ລັດ 15 ລ້ານໂດລາຕໍ່ປີ, ພ້ອມທັງສາ ມາດສ້າງວຽກເຮັດງານທຳໃຫ້ກັບຄົນ ລາວຈຳນວນຫຼວງຫຼາຍ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...