Homeຂ່າວຕ່າງປະເທດຣັດເຊຍຂະຫຍາຍເວລາຢຸດຍິງ ຢູ່ເມືອງອະເລບໂປ ເປັນ 11 ຊົ່ວໂມງ ເປີດທາງໃຫ້ຊາວຊີຣີ ຫລົບໜີຢ່າງສັນຕິ

ຣັດເຊຍຂະຫຍາຍເວລາຢຸດຍິງ ຢູ່ເມືອງອະເລບໂປ ເປັນ 11 ຊົ່ວໂມງ ເປີດທາງໃຫ້ຊາວຊີຣີ ຫລົບໜີຢ່າງສັນຕິ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ຕຸລາຜ່ານມານີ້ວ່າ ພົນໂທ ເຊີເກ ຣຸດສະຄອບ ໂຄສົກກະຊວງປ້ອງກັນປະເທດຣັດເຊຍ ໄດ້ຖະແຫລງວ່າ ການຢຸດຍິງເພື່ອມະນຸດສະທຳ ຢູ່ເມືອງອະເລບໂປ ປະເທດຊີຣີ ຈະຖືກຂະຫຍາຍອອກໄປອີກ 3 ຊົ່ວໂມງ ຈາກເດີມ 8 ຊົ່ວໂມງ ກຳນົດແຕ່ 08:00-16:00 ໂມງ ໄປເປັນ 11 ຊົ່ວໂມງແທນ ເລີ່ມແຕ່ 08:00-19:00 ໂມງ ຂອງວັນພະຫັດທີ 20 ຕຸລານີ້ ເພື່ອເປີດທາງໃຫ້ແກ່ພົນລະເຮືອນ ແລະ ກຸ່ມກະບົດ ເດີນທາງອອກຈາກເຂດຝັ່ງຕາເວັນອອກ ຂອງເມືອງອະເລບໂປ ຊຶ່ງຖືກກຸ່ມກະບົດຕໍ່ຕ້ານລັດຖະບານຊີຣີຍຶດຄອງໄວ້.

ໂຄສົກກະຊວງປ້ອງກັນປະເທດຣັດເຊຍ ໄດ້ກ່າວວ່າ ການຂະຫຍາຍເວລາຢຸດຍິງດັ່ງກ່າວນີ້ ເປັນໄປຕາມສຽງຮຽກຮ້ອງ ຈາກຕົວແທນອົງການບັນເທົາທຸກຕ່າງໆ ໂດຍເວລາພິເສດດັ່ງກ່າວ ຈະເປີດທາງໃຫ້ແກ່ຕົວແທນຂອງ ອົງການສະຫະປະຊາຊາດ ແລະ ສະພາຊີກວົງເດືອນແດງຊີຣີ ເຂົ້າປະຕິບັດພາລະກິດອົບພະຍົບຄົນເຈັບ ແລະ ເປີດທາງໃຫ້ພົນລະເຮືອນຊາວຊີຣີ ເດີນທາງອອກຈາກເມືອງ ຢ່າງສັນຕິ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...