spot_img
Homeຂ່າວຕ່າງປະເທດດູເຕີເຕປະກາດ ເກີດສົງຄາມແທ້ ຖ້າຈີນຈະຂຸດຊັບພະຍາກອນໃນທະເລຈີນໃຕ້. 

ດູເຕີເຕປະກາດ ເກີດສົງຄາມແທ້ ຖ້າຈີນຈະຂຸດຊັບພະຍາກອນໃນທະເລຈີນໃຕ້. 

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະມົນຕີວ່າການກະຊວງການຕ່າງປະເທດຟີລິບປິນ ອະລັນ ປີເຕີ ກາເຢຕາໂນ ອອກມາໂຕ້ແຍ້ງຂໍ້ກ່າວຫາທີ່ວ່າ ລັດຖະບານຂອງ ໂຣດຣິໂກ ດູເຕີເຕ ມີນະໂຍບາຍອ່ອນຂໍ້ໃຫ້ຈີນໂດຍປ່ອຍໃຫ້ເສີມຂະຫຍາຍກຳລັງທະຫານໃນທະເລຈີນໃຕ້ ລະບຸວ່າ ປະທານາທິບໍດີຂີດເສັ້ນແດງໄວ້ແລ້ວວ່າຈະເກີດສົງຄາມ ຫາກຈີນຂຸດຊັບພະຍາກອນທຳມະຊາດໃນທະເລດັ່ງກ່າວແຕ່ພຽງຝ່າຍດຽວ ‘ຈີນເວົ້າເຖີງເສັ້ນແດງ ເຮົາກໍເວົ້າເຖີງເສັ້ນແດງ’ ປະທານາທິບໍດີກ່າວໄວ້, ຫາກໃຜກໍຕາມໄດ້ຊັບພະຍາກອນທຳມະຊາດໃນທະເລຟີລິບປິນ ຫລື ທະເລຈີນໃຕ້ ເຂົາຈະກໍ່ສົງຄາມກັບປະເທດນັ້ນໆທັນທີ.

ອະລັນ ປີເຕີ ກາເຢຕາໂນ ກ່າວໃນພິທີດືງທຸງຂື້ນສູ່ຍອດເສົາທີ່ຕຶກກະຊວງການຕ່າງປະເທດ ເມື່ອວັນຈັນທີ 28 ພຶດສະພາ ທີ່ຜ່ານມາວ່າ ລັດຖະບານຟີລິບປິນໃນລະບອບດູເຕີເຕ ທີ່ຮັບຕຳແຫນ່ງປະທານາທິບໍດີໃນປີ 2016 ແມ່ນໄດ້ຫລຸດຜ່ອນການນຳໃຊ້ການໂຈມຕີຈີນເລື່ອງຂໍ້ພິພາກໃນທະເລຈີນໃຕ້ລົງ ດູເຕີເຕເຖີງຂັ້ນປະກາດເມື່ອເດືອນເມສາ ວ່າ ເຂົາຮັກປະທານາທິບໍດີ ສີ ຈີ້ນ ຜິງ ຈົນຖືກຫລາຍຄົນກ່າວຫາວ່າອອ່ນຂໍ້ໃຫ້ຈີນຫລາຍເກີນໄປ ຢ່າງໃດກໍຕາມຄວາມຕືງຄຽດເລື່ອງຂໍ້ພິພາກທະເລຈິນໃຕ້ແມ່ນເພີ່ມສູງຂື້ນເລື້ອຍໆໃນອາທິດທີ່ຜ່ານມາ ຫລັງກອງທັບຈີນສົ່ງເຮືອບິນຖີ້ມລະເບີດໄປລົງຈອດເທີງເກາະທຽມທີ່ພວກເຂົາຖົມໄວ້ໃນທະເລຈີນໃຕ້ເປັນຄັ້ງທຳອິດ.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...