spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມດອກໄມ້ຊ່ວຍຕ້ານພະຍາດ

ດອກໄມ້ຊ່ວຍຕ້ານພະຍາດ

Published on

ສະໝຸນໄພຕ້ານພະຍາດມະເລັງ ໃຜວ່າຈະມີແຕ່ຜັກທີ່ມີສີຂຽວເທົ່ານັ້ນ ດອກໄມ້ທີ່ມີສີສັນສົດໃສທີ່ເຮົາເຫັນເປັນປະຈຳ ກໍຊ່ວຍປ້ອງກັນມະເລັງໄດ້ ແຕ່ຕ້ອງເລືອກເອົາມາຮັບປະທານໃຫ້ຖືກຊະນິດ

  1. ດອກແຄຂາວ: ຄົນບູຮານບອກວ່າ ດອກແຄຂາວຫຼຸດການເປັນໄຂ້, ເປັນລົມ ເໝາະສຳລັບການກິນໃນຊ່ວງຕົ້ນລະດູໜາວ, ອາກາດປ່ຽນລະດູ ແລະດອກແຄຂາວຍັງມີໄຍອາຫານ ຊະນິດບໍ່ລະລາຍນໍ້າ ຈຶ່ງຊ່ວຍໃນລະບົບຂັບຖ່າຍໄດ້ດີ ເໝາະທີ່ຈະນຳມາເຮັດແກງ, ຂົ້ວໃສ່ຊີ້ນໝູ, ລວກກັບແຈ່ວ ແລະຍັງເປັນຢາຊ່ວຍຫຼຸດອາການເຈັບທ້ອງ ແລະປ້ອງກັນພະຍາດມະເຮັງລຳໄສ້
  2. ດອກອັນຊັນ: ແຕ່ກ່ອນຄົນນິຍົມນໍາມາປຸງແຕ່ງສີຂອງອາຫານໃຫ້ມີສີສັນເປັນຕາກິນ, ໂດຍຄັ້ນເອົານໍ້າມາປະສົມກັບອາຫານກ່ອນຈະປຸງ ຫຼືເວລາຫຸງເຂົ້າແລ້ວຢອດນໍ້າອັນຊັນລົງຈະເຮັດໃຫ້ເຂົ້າສີງາມ, ແຕ່ຕອນນີ້ເລີ່ມເປັນທີ່ນິຍົມກັນເອົາໄປຕາກແຫ້ງ ຫຼືເອົາດອກສົດໄປຕົ້ມ ເພື່ອດື່ມໃຫ້ສົດຊື່ນແລະເປັນຢາດີ, ໃນດອກອັນຊັນມີສານໂຮໄຊຍານິນ ມີຫຼາຍໃນດອກອັນຊັນ ເຊິ່ງດີຕໍ່ສາຍຕາເຮັດໃຫ້ເບິ່ງເຫັນດີ
  3. ດອກໝາກປີ: ເປັນດອກຂອງກ້ວຍ ກິນໄດ້ທັງດິບ ແລະສຸກ, ມີລົດຊາດຝາດ, ເອົາມາຕົ້ມເຮັດແຈ່ວ, ເຮັດຍໍາ ຫຼືໃສ່ລາບກໍແຊບດີ, ຍັງເປັນຢາດີຊ່ວຍຫຼຸດພະຍາດກະເພາະອາຫານ, ໃນໝາກປີມີທາດເຫຼັກ ບໍາລຸງເລືອດ ປ້ອງກັນພະຍາດເລືອດຈາງ ແລະຫຼຸດນໍ້າຕານໃນເລືອດ
  4. ດອກເຂັມ: ເປັນດອກນ້ອຍໆ ທີ່ປູກໄວ້ປະດັບ ແລະເປັນດອກທີ່ເປັນມຸງຄຸນໃນການໄຫວ້ຄູ ແລະເມື່ອຖ້າເຮົາເອົາມາຕົ້ມກິນຍັງຊ່ວຍ ຊ່ວຍຮັກສາການສະເອິ, ປວດຮາກ, ອາການເບື່ອອາຫານ, ຫຼຸດອາການເຈັບຄໍ, ຫຼຸດຄວາມດັນເລືອດ, ຊ່ວຍປະຈຳເດືອນມາບໍ່ປົກກະຕິ
  5. ດອກບົວ: ຫຼາຍຄົນອາດຈະບໍ່ເຊື່ອວ່າ ດອກບົວມີສັບພະຄຸນທາງຢາຢ່າງຫຼວງຫຼາຍເຊັ່ນ: ເປັນຢາປ້ອງກັນການຕຸ້້ຍ, ຕໍ່ຕ້ານມະເລັງ, ບຳລຸງຄົນທີ່ກຳລັງຖືພາ, ຊ່ວຍເຮັດໃຫ້ນໍ້ານົມຫຼາຍສຳລັບຄົນມີລູກ.
  6. ດອກເຈ້ຍ: ມີຫຼາຍສີສັນທີ່ງົດງາມ ແຕ່ມີສັບພະຄຸນທີ່ໂດດເດັ່ນຊ່ວຍໃນການຕໍ່ຕ້ານມະເຮັງ ໂດຍສະເພາະແມ່ນສີແດງ, ສີບົວ ເພາະທັງສອງຊະນິດນີ້ມີສານແອນໂທໄຊຍານິນຫຼາຍ ແລະຍັງຊ່ວຍຮັກສາການໄອ ແລະເຈັບຄໍ, ບໍາລຸງເລືອດ, ບໍາລຸງຫົວໃຈ

ທີ່ມາ: KAPOOK

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...