ດວງ​ຈະ­ເລີນ ລົງ­ທຶນ 2 ຮ້ອຍ​ກວ່າ​ຕື້ ສ້າງ​ເຂື່ອນ​ທີ່ບໍ​ລິ​ຄຳ​ໄຊ

0
2624

ພະ​ແນກ​ແຜນ­ການ ແລະ​ ການ​ລົງ­ທຶນ ແຂວງ​ບໍ​ລິ​ຄຳ​ໄຊສົມ­ທົບ​ກັບ​ບໍ­ລິ­ສັດ​ກຸ່ມ​ດວງ​ຈະເລີນພັດ­ທະ­ນາ​ກໍ່­ສ້າງ ຈຳ­ກັດ ໄດ້​ຈັດ​ພິ­ທີ​ເຊັນ​ສັນຍາ​ຄຸ້ມ​ຄອງ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະໜາດ​ນ້ອຍ ນ້ຳ​ຈາດ 1 ເມືອງ​ໄຊ​ຈຳ​ພອນແຂວງບໍ​ລິ​ຄຳ​ໄຊຂຶ້ນ​ໃນ​ວັນ​ທີ 6 ເມ­ສາ​ນີ້ ທີ່​ພະ​ແນກ​ແຜນການ ແລະ​ການ​ລົງ­ທຶນ​ແຂວງ ໂດຍ​ຕາງ­ໜ້າ​ການເຊັນ​ສັນ­ຍາ​ແມ່ນ​ທ່ານ ພອນ​ທິ​ລາດ ສິດ​ສາ­ທອນ ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ​ແຂວງກັບ​ທ່ານ ຄຳ​ຜາຍ ສີ​ລາ­ຊາ ປະ­ທານ​ບໍ­ລິ­ສັດ​ກຸ່ມ​ດວງ​ຈະ­ເລີນ ພັດ­ທະ­ນາ​ກໍ່­ສ້າງ ຈຳ­ກັດ ໂດຍ​ມີ​ຫົວ­ໜ້າ ພະ​ແນກ​ພະ­ລັງ­ງານ-ບໍ່​ແຮ່ ແລະ​ຫົວ­ໜ້າ ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ແຂວງ​ເຊັນ​ຮ່ວມ​ເປັນສັກ­ຂີ​ພະ­ຍານ ໂດຍ​ຊ້ອງ​ໜ້າ​ທ່ານ ດຣ. ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງໆ​ບໍ​ລິຄຳ​ໄຊ, ຫົວ­ໜ້າ​ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງພະ­ນັກ­ງານ, ວິ­ຊາ​ການ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກຂະ­ໜາດ​ນ້ອຍ​ນ້ຳ​ຈາດ 1 ຕັ້ງ​ຢູ່​ເມືອງ​ໄຊຈຳ​ພອນ ແຂວງ​ບໍ​ລິ​ຄຳ​ໄຊ ໂຄງ­ການ​ນີ້ ເປັນ​ເຂື່ອນ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ, ສາ­ມາດຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ­ລິດ​ໄຟ­ຟ້າ​ໄດ້​ປະ­ມານ 14,8 ເມ​ກາ​ວັດຜ່ານ​ມາ​ແຂວງ​ໄດ້​ເຊັນບົດ​ບັນ­ທຶກ (MOU) ໃນ​ຄັ້ງ​ວັນ​ທີ 14 ພຶດ­ສະ­ພາ 2014 ໃຫ້​ບໍ­ລິ­ສັດ​ດັ່ງ­ກ່າວເປັນ​ຜູ້​ລົງ­ທຶນ​ໃນ​ການ​ລົງ​ເກັບ​ກຳ​ຂໍ້​ມູນທາງ​ດ້ານ​ພູມ​ມີ​ສາດ, ອຸ​ທົກ​ກະ​ສາດ, ສັງຄົມ ແລະ​ຄິດ­ໄລ່​ຜົນ​ຕອບ​ແທນ​ທາງ​ດ້ານເສດ­ຖະ­ກິດ​ພ້ອມ​ສ້າງ​ບົດ​ວິ­ພາກ​ເສດ​ຖະກິດ-ເຕັກ­ນິກ​ຂອງ​ໂຄງ­ການ​ໄດ້​ສຳ­ເລັດ ແລະ​ໄດ້​ຜ່ານ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງພ້ອມ​ໄດ້​ຮັບ­ຮອງ FS ຈາກ​ພະ​ແນກ​ພະລັງ​ງານ ແລະ​ບໍ່​ແຮ່, ໂດຍ​ມູນ​ຄ່າ​ໃນ​ການລົງ­ທຶນ​ກໍ່­ສ້າງ 224 ຕື້​ກີບປະ­ມານ 28 ລ້ານ​ໂດ​ລາ​ສະ­ຫະ­ລັດຈະ​ໃຊ້​ເວ­ລາ​ກໍ່­ສ້າງ 3 ປີ​ໃຫ້​ສຳ­ເລັດ, ໄຟ­ຟ້າ​ທີ່​ຜະ­ລິດ​ໄດ້​ແມ່ນລາຍ​ຮັບ​ໃຊ້​ພາຍ​ໃນ​ທັງ​ໝົດ ແລະ​ຈະ​ສ້າງລາຍ​ຮັບ​ທ້ອງ­ຖິ່ນ​ກໍ່​ຄືບໍ­ລິ­ສັດ ແລະ​ເປັນການ​ຕອບ​ສະ­ໜອງ​ໄຟ­ຟ້າ​ໃຫ້​ແກ່​ປະ­ຊາຊົນ​ຢ່າງ​ພຽງ­ພໍ ສະ­ນັ້ນ ເພື່ອ​ແນ­ໃສ່​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ດຳເນີນ​ໄປ​ຢ່າງ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດໝາຍ ແລະ​ທ່ວງ​ທັນ​ເວ­ລາ, ພະ­ແນກ­ການທີ່​ກ່ຽວ­ຂ້ອງ​ສົມ­ທົບ​ກັບ​ບໍ­ລິ­ສັດ​ຜູ້​ລົງ­ທຶນຈັດ​ພິ­ທີ​ເຊັນ​ສັນ­ຍາ​ດັ່ງ­ກ່າວ​ນີ້​ຂຶ້ນເພື່ອເປັນ​ຫຼັກ​ຖານ.

ທີ່ມາ:logo