Homeຂ່າວພາຍ​ໃນຄັ້ງປະຫວັດສາດ! ນັກທຸລະກິດອີຣ່ານ ເຊັນຊື້ຢາງພາລາລາວ 10 ພັນໂຕນຕໍ່ປີ ບຸກຕະຫຼາດຕາເວັນອອກກາງ!

ຄັ້ງປະຫວັດສາດ! ນັກທຸລະກິດອີຣ່ານ ເຊັນຊື້ຢາງພາລາລາວ 10 ພັນໂຕນຕໍ່ປີ ບຸກຕະຫຼາດຕາເວັນອອກກາງ!

Published on

ຂປລ. ຊາວ​ສວນ​ຢາງພາລາ​ຢູ່​ແຂວງ​ຈໍາປາ​ສັກດີ​ໃຈ ພາຍຫລັງນັກທຸລະກິດອີຣ່ານ ຕົກລົງ​ຈະ​ຊື້​ຢາງພາລາ ປະລິມານ 10.000 ​ໂຕນຕໍ່ປີ​ ໃນໄລະຍະ 5 ປີ, ໂດຍ ບໍລິສັດ ບຸນຖັນສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຄົບວົງຈອນ ຈຳກັດ ເປັນຜູ້ສະໜອງໃຫ້ນັກທຸລະກິດ​ດັ່ງກ່າວ ຄາດວ່າຈະໄດ້ເລີ່ມສົ່ງຂາຍໃຫ້ອີຣ່ານໃນງວດທຳອິດ ຈຳນວນ 100 ໂຕນ ໃນທ້າຍເດືອນພຶດສະພາທີ່ຈະມາເຖິງນີ້ ເຊິ່ງຖື​ວ່າຄັ້ງປະຫວັດສາດ ທີ່ ສປປ ລາວ ​ໄດ້​ຮ່ວມ​ມື​ດໍາ​ເນີນທຸລະກິດ ການສົ່ງອອກຢາງ ໄປຍັງປະເທດຕາເວັນອອກກາງ ທາມ​ກາງ​ລາຄາ​ຢາງພາລາ​ຕົກ​ຕໍ່າ​ໃນ​ຕະຫລາດ​ໂລກ.

ພິທີເຊັນສັນຍາຊື້ຂາຍຢາງດັ່ງກ່າວ, ມີຂຶ້ນໃນອາທິດຜ່ານ​ມາ​ໂດຍ ທ່ານ ບຸນລົ້ນ ສີລາວົງ ຮອງ​ປະທານບໍລິສັດ ບຸນຖັນສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຄົບວົງຈອນຈຳກັດ, ຕັ້ງຢູ່ບ້ານ ໜອງກອກ ເມືອງ ບາຈຽງຈະເລີນສຸກ ແຂວງຈຳປາສັກ​ ໄດ້ລົງນາມຮ່ວມ​​ກັບ ນັກທຸລະກິດອີລານ ໂດຍທ່ານ ຮາ​ເມດ​ເມີ​ໂລ​ຮິ (HamedMirlohi) ຮອງປະທານບໍລິສັດ Rahnama Trading ການຄ້າຈໍາກັດແຫ່ງ ປະເທດອີລານ.

ທ່ານ ບຸນລົ້ນ ສີລາວົງ ກ່າວວ່າ: ການທີ່ອີລານສົນໃຈ ມາເຊັນສັນຍາຊື້-ຂາຍ ກັບບໍລິສັດພວກເຮົາ​ ເພາະເຫັນວ່າຢາງພວກເຮົາ ເປັນຢາງທີ່ມີຄຸນນະພາບ ສາມາດນຳໄປຜະລິດເປັນສິນຄ້າ ໄດ້ຫລາຍຊະນິດ. ສ່ວນດ້ານລາຄາຖືວ່າ ແມ່ນລາຄາດີພໍສົມຄວນ ແລະ ກໍເປັນລາຄາມາດຕະຖານ ໃນຕະຫລາດໂລກ. ປັດຈຸບັນ ບໍລິສັດພວກເຮົາ ມີເງື່ອນໄຂຮອງຮັບ ໃຫ້ແກ່ການສົ່ງອອກຄືພວກເຮົາ ມີໂຮງງານປຸງ​ແຕ່ງ ສາມາດຜະລິດຢາງເປັນແຜ່ນໄດ້ 25 ໂຕນຕໍ່ວັນ ເປັນປະເພດຢາງເຄຣບ ເອີ້ນວ່າເປັນສິນຄ້າເຄິ່ງສຳເລັດຮູບ ​ເຊິ່ງມີຈຸດດີສາມາດ ນຳໄປຜະລິດເປັນຢາງແທ່ງ, ຢາງຕີນລົດ, ຖົງຢາງອະນາໄມ, ຖົງມືການແພດ ແລະ ອື່ນໆ. ປັດຈຸບັນ ທາງບໍລິສັດພວກເຮົາ ມີສວນຢາງໃນເນື້ອທີ່ ທັງໝົດ 570 ເຮັກຕາ,  ​ ໃນອະນາຄົດ ຖ້າຫາກວ່າການສົ່ງອອກໄປໄດ້ດີ ທາງບໍລິສັດ ຍັງມີແຜນເກັບຊື້ຈາກພາກສ່ວນຕ່າງໆ ໃນທົ່ວປະເທດ ເພື່ອການສົ່ງອອກ ໃນປະລິມານທີ່ເພີ່ມຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...