spot_img
Homeຂ່າວພາຍ​ໃນອັດຕະປືອາດກາຍເປັນແຫຼ່ງຜະລິດພະລັງງານຈາກລົມທີ່ໃຫຍ່ສຸດໃນອາຊຽນ

ອັດຕະປືອາດກາຍເປັນແຫຼ່ງຜະລິດພະລັງງານຈາກລົມທີ່ໃຫຍ່ສຸດໃນອາຊຽນ

Published on

ສູນຂ່າວສານພະລັງງານ ແລະບໍ່ແຮ່ ລາຍງານໃຫ້ຮູ້ວ່າ ແຂວງອັດຕະປືອາດກາຍເປັນແຫຼ່ງຜະລິດພະລັງງານຈາກລົມທີ່ໃຫຍ່ສຸດໃນອາຊຽນ ໂດຍວັນທີ 28 ມັງກອນ 2021 ທີ່່ຜ່ານມາ ແຂວງອັດຕະປື ໄດ້ຈັດກອງປະຊຸມລາຍງານກ່ຽວກັບຄວາມຄືບໜ້າ ໂຄງການພະລັງງານລົມ ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີການນຳຂອງແຂວງ,ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ .

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການພັດທະນາໂຄງການດ້ານພະລັງງານ ມອນຊຸນວິນລາວ, ເຊິ່ງເປັນໂຄງການພະລັງງານລົມ ພັດທະນາໂດຍບໍລິສັດ ອິມແພັກເອັນເນີຈີ ເອເຊຍ ຈຳກັດ ແລະ ບໍລິສັດ ເອັສເອັມພີ ທີ່ປຶກສາ ເຊິ່ງແມ່ນບໍລິສັດຄູ່ຮ່ວມມື ແລະ ຜູ້ປະສານງານຝ່າຍລາວ ຂອງໂຄງການດັ່ງກ່າວ,ພື້ນທີ່ໂຄງການແມ່ນຕັ້ງຢູ່ເຂດເຊື່ອມຕໍ່ ລະຫວ່າງ ເມືອງຊານໄຊ ແຂວງອັດຕະປື ກັບ ເມືອງດາກຈຶງ ແຂວງເຊກອງ ມີກຳລັງຕິດຕັ້ງທັງໝົດ 600 ເມກາວັດ ມູນຄ່າຄາດຄະເນຂອງໂຄງການແມ່ນ 900 ລ້ານໂດລາສະຫະລັດ,ປະຈຸບັນໂຄງການດັ່ງກ່າວແມ່ນໂຄງການພະລັງງານລົມແຫ່ງທຳອິດຂອງ ສປປລາວ ແລະ ໃຫຍ່ທີ່ສຸດຂອງອາຊຽນ.

ຕາມແຜນພັດທະນາຂອງໂຄງການແມ່ນຈະເລີ່ມຜະລິດ ແລະ ສົ່ງໄຟຟ້າຂາຍໃຫ້ ສສ ຫວຽດນາມ ພາຍໃນປີ 2023 ແລະ ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສສ ຫວຽດນາມ ແມ່ນເຫັນດີຮັບຮອງເອົາການນໍາເຂົ້າໄຟຟ້າ ຈາກໂຄງການໃນກຳລັງຕິດຕັ້ງ 600 ເມກາວັດ ໃນປີ 2023 ໂດຍເຊື່ອມຕໍ່ລະບົບສາຍສົ່ງ 500 ກິໂລໂວນ ແລະ ໄດ້ມອບໃຫ້ ການໄຟຟ້າ ສສ ຫວຽດນາມ ຮ່ວມເຮັດວຽກກັບບໍລິສັດ ໃນການເຈລະຈາສັນຍາ ຊື້ຂາຍໄຟຟ້າ ຂອງໂຄງການລ້າສຸດ ໃນບົດບັນທຶກກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ສປປລາວ ແລະ ລັດຖະບານ ສສ ຫວຽດນາມ.

ລັດຖະບານສອງຝ່າຍໄດ້ຕົກລົງຮັບຮອງເອົາດ້ານຫຼັກການນໍາໄຟຟ້າຈາກລາວໄປ ສສ ຫວຽດນາມ,ໃນນັ້ນ,ລວມມີພະລັງງານລົມ ມອນຊຸນ 600 ເມກາວັດ ທີ່ນອນໃນໂຄງການບູລີມະສິດ ປະຈຸບັນບໍລິສັດແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະຈາເຊັນສັນຍາຊື້-ຂາຍ ໄຟຟ້າ ນໍາການໄຟຟ້າຫວຽດນາມ ເຊິ່ງຄາດວ່າຈະໄດ້ເຊັນສັນຍາໃນມໍ່ໆນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...