spot_img
Homeຂ່າວຕ່າງປະເທດຍ້ອນພາລົດໄຟມາຮອດສະຖານີຊ້າໄປ 1 ນາທີ ເຮັດໃຫ້ພະນັກງານຖືກຫັກເງິນເດືອນຈໍານວນ 5,000 ກີບ

ຍ້ອນພາລົດໄຟມາຮອດສະຖານີຊ້າໄປ 1 ນາທີ ເຮັດໃຫ້ພະນັກງານຖືກຫັກເງິນເດືອນຈໍານວນ 5,000 ກີບ

Published on

ຍີ່ປຸ່ນ​ເປັນ​ປະ​ເທດ​ອັນ​ດັບ​ໜຶ່ງ ທີ່ເຄັ່ງຄັດໃນເລື່ອງຂອງເວລາ ໂດຍສະເພາະກ່ຽວກັບລົດໄຟ ວັນທີ 11 ພະຈິກ 2021 ສໍານັກຂ່າວ BBC ລາຍງານວ່າ ເຫດການນີ້ເກີດຂຶ້ນກັບພະນັກງານລົດໄຟຍີ່ປຸ່ນ ລາວຕັດສິນໃຈຟ້ອງບໍລິສັດ ຫຼັງ​ຈາກ​ທີ່​ລາວ​ຖືກ​ຫັກ​ເງິນ​ເດືອນ ຈໍານວນ 56 ເຢນ (5,000 ກີບ) ​ຍ້ອນ​ພາ​ລົດ​ໄຟ​ມາ​ຮອດ​ສະ​ຖາ​ນີ​ຊ້າ 1 ນາ​ທີ.

ພະນັກງານລົດໄຟດັ່ງກ່າວ ລາວເຮັດວຽກໃຫ້ບໍລິສັດລົດໄຟ JR West, ສໍາລັບຄວາມຜິດພາດຂອງລາວ ໃນການຈອດລົດໄຟໃນສາຍ Okayama ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ລົດ​ໄຟ​ຊັກ​ຊ້າ 1 ນາທີ ​ໃນ​ວັນ​ທີ 18 ມິຖຸນາ 2020.

ຊາຍຄົນດັ່ງກ່າວລະບຸວ່າ ໃນຕາຕະລາງການເຮັດວຽກຂອງລາວ ລາວຖືກກໍານົດໃຫ້ຢຸດລົດໄຟຂະບວນທີ່ບໍ່ມີຜູ້ໂດຍສານ ຢູ່ທີ່ສະຖານີ Okayama ແລະ ກໍາລັງລໍຖ້າລົດໄຟອີກຂະບວນໜຶ່ງ ທີ່ຢູ່ຟາກກົງກັນຂ້າມ ຫຼັງຈາກີ່ລົດໄຟນັ້ນມາຮອດ ລາວກໍໄດ້ຮູ້ວ່າຕົນເອງຢືນຢູ່ຜິດຟາກ ກ່ອນທີ່ລາວຈະກັບມາຟາກຂະບວນລົດໄຟທີ່ຖືກຕ້ອງ ສົ່ງຜົນໃຫ້ລົດໄຟແລ່ນຊ້າກວ່າກຳນົດໄປ 2 ນາທີ ຄື ລາວອອກຈາກລົດໄຟຊ້າໄປ 1 ນາທີ ແລະ ຈອດລົດໄຟຊ້າອີກ 1 ນາທີ.

ໃນ​ຕອນ​ທຳ​ອິດ, ບໍລິສັດ JR West ​ໄດ້​ຕັດສິນ​ໃຈ​ປັບ​ໃໝ​ຊາຍ​ຄົນ​ນີ້ 85 ​ເຢນ (ປະມານ 8,000 ກີບ) ​ແຕ່​ໃນ​ທີ່​ສຸດ​ ບໍລິສັດ​ໄດ້​ຕັດສິນ​ໃຈ​ຫຼຸດ​ຄ່າ​ປັບ​ໃໝ​ລົງ​ເຫຼືອ​ພຽງ 56 ເຢນ ຫຼື 5,000 ກີບ. ລາວອ້າງວ່າ ຄວາມລ່າຊ້າຂອງລາວ ມັນບໍ່ມີຜົນກະທົບຕໍ່ເວລາ ແລະ ຜູ້ໂດຍສານແຕ່ຢ່າງໃດ, ເນື່ອງຈາກວ່າມັນເປັນລົດໄຟທີ່ບໍ່ມີຜູ້ໂດຍສານເລີຍ.

ດັ່ງນັ້ນ, ຊາຍຄົນດັ່ງກ່າວຈຶ່ງຕັດສິນໃຈຍື່ນໜັງສືຟ້ອງສານ ເພື່ອຮຽກຮ້ອງຄ່າເສຍຫາຍຈາກບໍລິສັດ ຈໍານວນ 2,2 ລ້ານກວ່າເຢນ (ປະມານສອງຮ້ອຍປາຍລ້ານກີບ) ເນື່ອງຈາກການທີ່ບໍລິສັດຫັກເງິນຂອງລາວ ມັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຈິດໃຈ ເຮັດໃຫ້ລາວເກີດຄວາມທຸກທໍລະມານ, ໃນຂະນະດຽວກັນ, ບໍລິສັດ JR West ກ່າວວ່າ ທາງອົງກອນມີນະໂຍບາຍ “ຖ້າບໍ່ເຮັດວຽກ, ກໍຈະບໍ່ຈ່າຍເງິນ” ເຮັດໃຫ້ບໍລິສັດ ບໍ່ສາມາດຈ່າຍເງິນໃນໄລຍະເວລາ 2 ນາທີ ທີ່ຊ້າໄປໃຫ້ໄດ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...