spot_img
Homeຂ່າວການທູດຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ

ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ

Published on

ເມື່ອບໍ່ດົນມານີ້, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງບຣາຕິດສະລາວາ, ສາທາລະ ນະລັດສະໂລວາກີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ZuzanaČaputová, ປະທານາທິບໍດີແຫ່ ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດສະໂລວາກີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫລວງວຽນ, ປະເທດໂອຕຣິດ.

ໃນການພົບປະໂອ້ລົມ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີເປັນມູນເຊື້ອ ລາວ-ສະໂລວາກີທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງສາຍພົວພັນການທູດຮ່ວມກັນໃນວັນທີ 5 ກັນຍາ 1962 ເປັນຕົ້ນມາ ເຊິ່ງທັງສອງຝ່າຍກໍໄດ້ມີຄວາມພະຍາຍາມຊອກຊ່ອງທາງ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍພອນໄຊອັນປະເສີດ ແລະຄວາມຮັກແພງຖານເພື່ອນມິດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ Zuzana Čaputová ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນສະໂລວາກີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີສະໂລວາກີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ.

ໂອກາດນີ້, ທ່ານ ນາງ Zuzana Čaputová ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານຄອນເພັງ ທຳມະວົງ ໃນການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ປະຈຳ ສ ສະໂລວາກີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໂດຍການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...