spot_img
Homeຂ່າວການຊ່ວຍເຫຼືອຍີ່ປຸ່ນສະໜອງການຊ່ວຍເຫຼືອໂຄງການຂັ້ນຮາກຖານໃຫ້ແກ່ແຂວງຫຼວງພະບາງ

ຍີ່ປຸ່ນສະໜອງການຊ່ວຍເຫຼືອໂຄງການຂັ້ນຮາກຖານໃຫ້ແກ່ແຂວງຫຼວງພະບາງ

Published on

ນະຄອນຫຼວງວຽງຈັນ, ວັນທີ 17 ພະຈິກ 2022 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 92,000 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ພາຍໃຕ້ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).

ພິທີເຊັນສັນຍາໂຄງການດັ່ງກ່າວໄດ້ຖືກຈັດຂຶ້ນໃນວັນທີ 16 ພະຈິກ 2022 ລະຫວ່າງ ພະນະທ່ານ ໂຄບະປະຊິ ເຄັນອິ ຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍບັນດາໂຕແທນຈາກການນໍາຂັ້ນແຂວງທີ່ໄດ້ຮັບໂຄງການດັ່ງກ່າວ.

ໂຄງການຊ່ວຍເຫຼືອດັ່ງກ່າວແມ່ນ ມີເປົ້າຫມາຍໃນການຕິດຕັ້ງເຕົາເຜົາຂີ້ເຫຍື້ອຕິດເຊື້ອຈາກໂຮງຫມໍແລະ ຄລີນິກຕ່າງໆ ພ້ອມທັງກໍ່ສ້າງອາຄານເຕົາເຜົາດັ່ງກ່າວຢູ່ນະຄອນຫຼວງພະບາງເພື່ອປະກອບສ່ວນເຂົ້າໃນ ການບໍລິຫານ ແລະ ກໍາຈັດຂີ້ເຫຍື້ອຕິດເຊື້ອ ເພື່ອເປັນການຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອຂອງປະຊາຊົນຜູ້ ທີ່ຢູ່ໃກ້ຄຽງ ແລະ ຜູ້ທີ່ເຮັດວຽກງານອານະໄມຮັກສາຄວາມສະອາດຢູ່ສະຫນາມກໍາຈັດຂີ້ເຫຍື້ອ ຈາກການຖົມຂີ້ ເຫຍື້ອຂີ້ເຫຍື້ອຕິດເຊື້ອຮ່ວມກັບຂີ້ເຫຍື້ອທົ່ວໄປ.

ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນ ການສະຫນອງທຶນທີ່ຈໍາເປັນ ໃຫ້ແກ່ໂຄງການຂະຫນາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອ ຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...