spot_img
Homeຂ່າວຕ່າງປະເທດຍີ່ປຸ່ນປະກາດຫ້າມ 7 ປະເທດ ເດີນທາງເຂົ້າຍີ່ປຸ່ນເພື່ອສະກັດກັ້ນໂຄວິດ-19

ຍີ່ປຸ່ນປະກາດຫ້າມ 7 ປະເທດ ເດີນທາງເຂົ້າຍີ່ປຸ່ນເພື່ອສະກັດກັ້ນໂຄວິດ-19

Published on

ໃນວັນທີ 19 ພຶດສະພາ 2021 ທີ່ຜ່ານມາ ສໍານັກຂ່າວກຽວໂດໄດ້ລາຍງານວ່າ: ລັດຖະບານຍີ່ປຸ່ນປະກາດຫ້າມໃຫ້ຊາວຕ່າງຊາດທີ່ເດີນທາງມາຈາກປະເທດໄທ, ກໍາປູເຈຍ, ສີລັງກາ, ຕີມໍແລັດສະແຕ, ມົງໂກລີ, ແຊັງລຸຍຊີ ແລະ ປະເທດເຊແຊນ ບໍ່ໃຫ້ເດີນທາງເຂົ້າປະເທດຍີ່ປຸ່ນ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19.

ທັງນີ້ນັກເດີນທາງຕ່າງຊາດທີ່ໄດ້ເດີນທາງໄປຍັງ 7 ປະເທດດັ່ງກ່າວນັ້ນ ກໍຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າປະເທດຍີ່ປຸ່ນໄດ້ເຊັ່ນກັນ ຍົກເວັ້ນຈະມີເຫດສຸກເສີນ ແຕ່ຂໍ້ຫ້າມດັ່ງກ່າວບໍ່ໄດ້ມີຜົນບັງຄັບໃຊ້ກັບຄົນຍີ່ປຸ່ນ.

ຈາກການປະກາດດັ່ງກ່າວເຮັດໃຫ້ຈໍານວນປະເທດທີ່ຫ້າມເດີນທາງເຂົ້າປະເທດຍີ່ປຸ່ນເພີ່ມຂື້ນເປັນ 159 ປະເທດ ເຊິ່ງມາດຕະການດັ່ງກ່າວຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 21 ພຶດສະພານີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...