spot_img
Homeຂ່າວຕ່າງປະເທດຍີ່ປຸ່ນປະກາດຈະບໍລິຈາກເງິນຈໍານວນ 800 ລ້ານໂດລ້າ ຊ່ວຍໂຄງການ COVAX ຂອງອົງການອະນາໄມໂລກ

ຍີ່ປຸ່ນປະກາດຈະບໍລິຈາກເງິນຈໍານວນ 800 ລ້ານໂດລ້າ ຊ່ວຍໂຄງການ COVAX ຂອງອົງການອະນາໄມໂລກ

Published on

ນາຍົກລັດຖະມົນຕີຂອງປະເທດຍີ່ປຸ່ນກຽມບໍລິຈາກເງິນສົມທົບຈໍານວນ 800 ລ້ານໂດລ້າໃຫ້ກັບໂຄງການໂຄແວັກຂອງອົງການອະນາໄມໂລກເພື່ອເລັ່ງຈັດຊື້ວັກຊີນໃຫ້ກັບປະເທດທີ່ຕ້ອງການ.

ທ່ານ ໂຍຊິຮີເດະ ຊູກະ ນາຍົກລັດຖະມົນຕີຍີ່ປຸ່ນປະກາດຈະສົບທົບເງິນບໍລິຈາກໃຫ້ກັບໂຄງການໂຄແວັກເພີ່ມອີກ ຫຼັງຈາກທີ່ກ່ອນໜ້ານີ້ເຄີຍບໍລິຈາກໃຫ້ກັບໂຄງການດັ່ງກ່າວແລ້ວຈໍານວນ 200 ລ້ານໂດລ້າ. ນອກຈາກນີ້, ທາງການຂອງຍີ່ປຸ່ນຍັງມີແຜນທີ່ຈະບໍລິຈາກວັກຊີນປ້ອງກັນໂຄວິດ-19 ເພີ່ມອີກດ້ວຍ.

ໃນວັນພຸດທີ່ຜ່ານມານາຍົກລັດຖະມົນຕີຂອງຍີ່ປຸ່ນໄດ້ເປັນປະທານໃນການປະຊຸມໂຄແວັກທາງອອນລາຍຮ່ວມກັບທ່ານ ນາງ ຄາມາລາ ແຮລິສ ຮອງປະທານາທິບໍດີຂອງອາເມລິກາ ພ້ອມທັງຕົວແທນຈາກຊາດສະມາຊິກ G7 ເພື່ອປະຊຸມການເພີ່ມເງິນສະໜັບສະໜຸນໂຄງການໂຄແວັກຂອງອົງການອະນາໄມໂລກ ແລະ ໃຫ້ອົງການຕ່າງໆທີ່ໄດ້ຮ່ວມສະໜັບສະໜຸນໂຄງການນີ້ຮ່ວມສົມທົບເງິນ ພ້ອມທັງບໍລິຈາກວັກຊີນເພີ່ມອີກ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...