spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຈໍາກັດຜູ້ເຂົ້າຊົມ “ກິລາໂອລິມປິກ” ສູງສຸດ 10,000 ຄົນ!!

ຍີ່ປຸ່ນຈໍາກັດຜູ້ເຂົ້າຊົມ “ກິລາໂອລິມປິກ” ສູງສຸດ 10,000 ຄົນ!!

Published on

ໃນວັນທີ 21 ມິຖຸນາ 2021 ທີ່ຜ່ານມາ ຄະນະກໍາມະການໂອລິມປິກ (IOC), ຄະນະກໍາມະການພາຣາລິມປິກສາກົນ (IPC), ຄະນະກໍາມະການການຈັດການແຂ່ງຂັນໂຕກຽວ 2020 ແລະ ລັດຖະບານຍີ່ປຸ່ນ ປະກາດຈໍານວນຜູ້ເຂົ້າຊົມທີ່ໄດ້ຮັບອະນຸຍາດເຂົ້າສະຖານທີ່ຈັດການແຂ່ງຂັນກິລາໂອລິມປິກໄດ້ສູງສຸດພຽງ 10,000 ຄົນ ເຊິ່ງລະບຸວ່າຜູ້ເຂົ້າຊົມຈະຈໍາກັດຢູ່ທີ່ 50% ຂອງສະຖານທີ່ຈັດການແຂ່ງຂັນ ຫຼື ສູງສຸດ 10,000 ຄົນຂອງສະຖານທີ່ການແຂ່ງຂັນທັງໝົດ.

ເຖິງຢ່າງໃດກໍຕາມອາດຈະມີການປະກາດພາວະສຸກເສີນ ຫຼື ມາດຕະການສໍາຄັນອື່ນໆເພື່ອປ້ອງກັນໂຣກລະບາດ. ການຈໍາກັດຜູ້ເຂົ້າຊົມການແຂ່ງຂັນ ເຊິ່ງຈະລວມເຖິງການແຂ່ງຂັນທີ່ບໍ່ມີຜູ້ເຂົ້າຊົມຈະຂື້ນຢູ່ກັບລາຍລະອຽດຂອງພາວະສຸກເສີນ ຫຼື ມາດຕະການທີ່ກ່ຽວຂ້ອງທີ່ຖືກບັງຄັບໃຊ້ໃນຊ່ວງເວລານັ້ນ.

ການປະຊຸມດັ່ງກ່າວລະບຸວ່າຕ້ອງໃສ່ຜ້າອັດດັງຕະຫຼອດເວລາ, ຫ້າມເວົ້າສຽງດັງ ຫຼີກລ້ຽງການຊຸມນຸມແອອັດຕາມຄວາມເໝາະສົມ ແລະ ຄວນອອກຈາກສະຖານທີ່ແຂ່ງຂັນຢ່າງເປັນລະບຽບ ນອກຈາກນັ້ນຜູ້ເຂົ້າຊົມທີ່ເດີນທາງມາຍັງສະຖານທີ່ການແຂ່ງຂັນ ຕ້ອງເດີນທາງກັບບ້ານທັນທີຫຼັງການແຂ່ງຂັນແລ້ວ ລວມເຖິງປະຕິບັດມາດຕະການປ້ອງການປ້ອງກັນທີ່ຈໍາເປັນເມື່ອມີການເດີນທາງລະຫວ່າງແຂວງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...