spot_img
Homeຂ່າວພາຍ​ໃນຍິງລາວຖືກຈັບ ຍ້ອນຢາບ້າທີ່ປະເທດໄທ

ຍິງລາວຖືກຈັບ ຍ້ອນຢາບ້າທີ່ປະເທດໄທ

Published on

 

24 ສິງຫາ 2014 ຊຸດສືບສວນ ເມືອງເລີຍ ປະເທດໄທ ໄດ້ຮັບແຈ້ງຈາກສາຍຂ່າວໃຫ້ຮູ້ວ່າຈະມີຍິງລາວເອົາຢາບ້າໄປສົ່ງໃຫ້ພໍ່ຄ້າຄົນໄທ ໂດຍນັດສົ່ງຢາຢູ່ທີ່ເດິ່ນຈອດລົດ ໂຮງໝໍທ່າລີ່ ຈັງຫວັດເລີຍ ຈຶ່ງຈັດກຳລັງກະຈາຍກັນຈອບຢູ່ ຈົນເວລາ 8:00 ໂມງ ຍິງຄົນລາວຜູ້ໜຶ່ງຍ່າງມາຍັງເດິ່ນຈອດລົດຂອງໂຮງໝໍທ່າລີ່ ຕາມທີ່ສາຍລາຍງານ.

ຕຳຫຼວດທີ່ຈອບຢູ່ຈຶ່ງເຂົ້າຄວບຄຸມໂຕທັນທີ ພ້ອມກັບຢຶດກະເປົາແບບມືຖື ຊາບຊື່ຄື ນາງໃຈ ກັນຍາພັກ ອາຍຸ 55 ປີ ຈາກການຄົ້ນໃນກະເປົາທີ່ຖືມາ ພົບຢາບ້າຈຳນວນ 1,397 ເມັດ ຢູ່ໃນຖົງປລາສຕິກພັນດ້ວຍເຈ້ຍສະຕິກເກີ ຈຶ່ງຄວບຄຸມໂຕໄປສອບສວນ ທີ່ສຳນັກງານຕຳຫຼວດ ຈັງຫວັດເລີຍ ເພື່ອຂະຫຍາຍຜົນ ຈາກນັ້ນໄດ້ສົ່ງໂຕໃຫ້ ສຳນັກງານຕຳຫຼວດອຳເພີທ່າລີ່ ເພື່ອດຳເນີນຄະດີຕໍ່ໄປ.

 

ຂ່າວສົດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...