spot_img
Homeຂ່າວຕ່າງປະເທດຍອດຜູ່ເສຍຊີວິດເຫດຕຶກໄຟໄໝ້ຕຶກໃນລອນດອນອາດເພີ່ມສູງຂຶ້ນ 58 ສົບ

ຍອດຜູ່ເສຍຊີວິດເຫດຕຶກໄຟໄໝ້ຕຶກໃນລອນດອນອາດເພີ່ມສູງຂຶ້ນ 58 ສົບ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 17 ມິຖຸນາ 2017ວ່າ ຈາກເຫດການໄຟໄໝ້ອາຄານທີ່ພັກອາໃສ 24 ຊັ້ນ “ເກລນເຟລ ທາວເວີ” ເມື່ອວັນທີ 15 ມິຖຸນາທີ່ຜ່ານມາ

ຜູ່ບັນຊາການສຳນັກງານຕຳຫຼວດມະຫານະຄອນລອນດອນ ເຜີຍເມື່ອວັນເສົາທີ່ຜ່ານມາວ່າ ມີຜູ່ເສຍຊີວິດເພີ່ມຂຶ້ນເປັນ 58 ຄົນ ຮວມເຖິງ 30 ສົບທີ່ຄົນຢືນຢັນກ່ອນໜ້ານີ້ ແລະ ມີຜູ່ທີ່ສູນຫາຍອີກ ສິບຄົນກໍ່ຄາດວ່າຈະເສຍຊີວິດແລ້ວ ໜ່ວຍງານພິສູດຫຼັກຖານສາມາດລະບຸຕົວຜູ່ເສຍຊີວິດໄດ້ຄົນທຳອິດຄື ທ້າວ ໂມຮັມເໝັດ ອັລຮາຈາລີ ອາຍຸ  23 ປີ ຜູ່ລີ້ໄພຈາກຊີເຣຍ ແລະ ຄາດວ່າອາດມີຜູ່ເສຍຊີວິດເພີ່ມຂຶ້ນອີກ.

ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດໄດ້ ລະບຸຜ່ານຖະແຫຼງການຍອມຮັບວ່າ ການສະໜັບສະໜູນເພື່ອໃຫ້ຄວາມຊ່ວຍເຫຼືອຜູ່ປະສົບໄພຫຼັງເກີດເຫດຂອງເຈົ້າໜ້າທີ່ຍັງບໍ່ດີພໍ.

https://youtu.be/sVrV2oDb57s

ວິດີໂອ: sandfreak72

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...