spot_img
Homeຂ່າວພາຍ​ໃນຍທຂ ນະຄອນຫຼວງວຽງຈັນ ບໍ່ສາມາດສ້ອມແປງເສັ້ນທາງໃຫ້ໄດ້ມາດຖານໃນລະດູຝົນ

ຍທຂ ນະຄອນຫຼວງວຽງຈັນ ບໍ່ສາມາດສ້ອມແປງເສັ້ນທາງໃຫ້ໄດ້ມາດຖານໃນລະດູຝົນ

Published on

ປັດຈຸບັນ, ສະພາບເສັ້ນທາງຫຼາຍເສັ້ນໃນຕົວເມືອງ ແລະ ຊົນນະບົດຢູ່ນະຄອນຫຼວງວຽງຈັນ ເປ່ເພຢ່າງໜັກ ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນຕົກໜັກ ນ້ຳຖ້ວມຂັງໃນຊ່ວງນີ້ ແຕ່ຍັງບໍ່ທັນໄດ້ຮັບການສ້ອມແປງເທື່ອ ຈຶ່ງສົ່ງຜົນກະທົບໂດຍກົງຕໍ່ພາຫະນະທີ່ສັນຈອນໄປ-ມາ ເກີດຄວາມຫຍຸ້ງຍາກ ຈຶ່ງເກີດມີຫາງສຽງຈາກສັງຄົມຈຳນວນຫຼາຍ.

ທ່ານ ສຸລິວັນ ພົມມະຫາໄຊ, ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໃຫ້ຮູ້ເມື່ອບໍ່ດົນຜ່ານມານີ້ວ່າ:

ການສ້ອມ ແປງເສັ້ນທາງໃນລະດູຝົນແມ່ນນອນຢູ່ໃນ 1 ແຜນວຽກ ປະຈໍາປີ ຂອງພະແນກ, ແຕ່ຍ້ອນໄລຍະນີ້ມີຝົນຕົກໜັກເປັນປະຈໍາຈຶ່ງ ບໍ່ສາມາດສ້ອມແປງໃຫ້ໄດ້ ຕາມມາດຕະຖານເທົ່າທີ່ຄວນ, ເຮັດໄດ້ພຽງແຕ່ສ້ອມແປງສຸກເສີນ ໃຫ້ສາມາດໄປ-ມາໄດ້ ໂດຍສະເພາະ 3 ຈຸດ ຢູ່ເມືອງສີໂຄດຕະບອງ ທີ່ເກີດນ້ຳຖ້ວມເປັນປະຈໍາຄື: ເຂດບ້ານສີໄຄ, ໜອງໜ້ຽວ ແລະ ໜ້າຕະຫຼາດລາວອົດຊີ ໄດ້ແກ້ໄຂຫນ້າທາງດ້ວຍ ການເອົາຫີນ ແລະ ວັດສະດຸທີ່ດີມາຖົມ ແຕ່ບໍ່ສາມາດປູຢາງໄດ້ຈົນກວ່າຈະໝົດລະດູຝົນ ຈຶ່ງຈະປັບປຸງໃຫ້ໄດ້ມາດຕະຖານ ເພາະຖ້າລົງຢາງຕອນນີ້ແມ່ນຈະເສຍຫາຍລ້າ.

ສໍາລັບເສັ້ນທາງຫຼວງແຫ່ງຊາດ ໂດຍສະເພາະເສັ້ນທາງ 13 ເໜືອ ໄດ້ປະມູນເອົາບໍລິສັດ ມາແກ້ໄຂ ເສັ້ນທາງທີ່ເປ່ເພ, ສ່ວນບັນດາເສັ້ນທາງໃນຕົວເມືອງ ແມ່ນມີກອງສ້ອມແປງທາງນະຄອນຫຼວງວຽງຈັນ ຮັບຜິດຊອບ ໂດຍນໍາໃຊ້ວັດສະດຸສໍາເລັດຮູບ ເພື່ອຄາບຂຸມຕ່າງໆ. ສ່ວນບັນດາເສັ້ນທາງຍ່ອຍຢູ່ອ້ອມຮອບ ຕົວເມືອງ ແລະ ເຂດອື່ນໆ ໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະເມືອງຢ່າງລະອຽດ, ແຕ່ຖ້າເຫັນວ່າ ເສັ້ນທາງໃດທີ່ມີຄວາມຈໍາເປັນຕ້ອງສ້ອມ ແປງຮີບດ່ວນ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຫາວິທີແກ້ໄຂ ເພື່ອໃຫ້ສາມາດສັນຈອນໄປ-ມາໄດ້.

ທ່ານ ສຸລິວັນ ພົມມະຫາໄຊ ກ່າວຢ້ຳວ່າ: ການສ້ອມແປງບັນດາເສັ້ນທາງທີ່ເປ່ເພຢູ່ນະຄອນຫຼວງ ວຽງຈັນ ໃນໄລຍະນີ້ແມ່ນການສ້ອມແປງສຸກເສີນເທົ່ານັ້ນ ໂດຍອີງຕາມງົບປະມານທີ່ມີ ເພື່ອໃຫ້ສາມາດ ສັນຈອນໄປ-ມາໄດ້ ເພາະຈະສ້ອມແປງໃຫ້ໄດ້ມາດຕະຖານແທ້ຕ້ອງຫຼັງຈາກລະດູຝົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງ ມາຜູ້ໃຊ້ລົດ-ໃຊ້ຖະຫນົນ ກໍຄືຊາວນະຄອນຫຼວງວຽງຈັນ ທຸກຄົນໃຫ້ການຮ່ວມມືກັບພາກສ່ວນກ່ຽວຂ້ອງໃນ ການອະນາໄມຫ້ອງລະບາຍນ້ຳຢູ່ເຂດໜ້າເຮືອນຂອງຕົນບໍ່ໃຫ້ອຸດຕັນ ເພື່ອໃຫ້ນໍ້າໄຫຼໄດ້ສະດວກໃນເວລາມີ ຝົນຕົກ, ຂະນະດຽວກັນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີເງື່ອນໄຂຢາກປະກອບສ່ວນດ້ານວັດຖຸ ອຸປະກອນ ແລະອື່ນໆ ຊ່ວຍແກ້ໄຂເສັ້ນທາງທີ່ເປ່ເພທາງພະແນກມີຄວາມຍິນດີຮັບເອົາ ເພື່ອແນໃສ່ເຮັດໃຫ້ ການ ສັນ ຈອນໄປ-ມາຢູ່ນະຄອນຫຼວງວຽງຈັນ ມີຄວາມສະດວກສະບາຍກວ່າເກົ່າ.

ຢ່າງໃດກໍດີ, ນະຄອນຫຼວງວຽງຈັນ ເປັນເມືອງຫຼວງເອກຂອງ ສປປ ລາວ ເສັ້ນທາງກໍຄືໃບໜ້າໃບຕາ ຂອງປະເທດ ສະພາບເສັ້ນທາງຄວນຈະໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ດີກວ່ານີ້, ແຕ່ມາເບິ່ງສະພາບ ຕົວຈິງແລ້ວ ເສັ້ນທາງຍັງບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ລົດ-ໃຊ້ຖະຫນົນ ແລະ ຄົມມະນາຄົມ ໃນການຂົນສົ່ງສິນຄ້າມີບາງບ່ອນຍັງເປັນບວກເປັນຂຸມ, ບໍ່ມີໄຟເຍືອງທາງ ແລະອື່ນໆ ຍັງລໍການສ້ອມແປງ, ບາງເສັ້ນໄດ້ມີການສ້ອມແປງແລ້ວ ມີອາຍຸໃຊ້ງານໄລຍະສັ້ນ ກໍກັບມາເປ່ເພຄືນໃໝ່, ຈາກຜົນພວງດັ່ງກ່າວເປັນຍ້ອນງົບປະມານມີຈໍານວນຈໍາກັດ ຫຼື ການກໍ່ສ້າງບໍ່ມີຄຸນນະພາບ.

ພາບ​ຈາກ ຜູ້​ໃຊ້​ເຟ​ສ​ບຸກ

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...