spot_img
Homeຂ່າວທ້ອງຖິ່ນຊ້ຳຊາກ ຂົວຫັກທີ່ເມືອງຈຳປາສັກ

ຊ້ຳຊາກ ຂົວຫັກທີ່ເມືອງຈຳປາສັກ

Published on

1621738_858059187559088_2369578939805784156_n 1959291_858059107559096_408100193655409748_n 10703644_858059147559092_5836140581231466782_n 10731086_858059100892430_5946995796380490003_n

ເວລາປະມານ 17:15 ວັນທີ 17 ຕຸລາ 2014,ເກີດອຸບັດຕິເຫດ ຂົວຫັກ ທີ່ເມືອງຈຳປາສັກແຂວງຈຳປາສັກ.
ຈາກຜູ້ເຫັນເຫດການລາຍງານເຂົ້າມາວ່າ, ໄດ້ມີລົດຂົນສົ່ງ ໝາຍເລກທະບຽນ ຈຳປາສັກ ບຂ 1666, ໄດ້ແລ່ນເຂົ້າຂົວ ຢູ່ເມືອງຈຳປາສັກ ແຂວງຈຳປາສັກ,ເຊິ່ງລົດດັ່ງກ່າວ ແມ່ນບັນທຸກເຄື່ອງໜັກ, ພໍຂີ່ຜ່ານຂົວໃກ້ຈະວິດ ແຕ່ເກີດຂົວຫັກ ຍ້ອນຂົວຮັບນ້ຳໜັກລົດບໍ່ໄຫວ. ເພາະຂົວດັ່ງກ່າວ ແມ່ນກຳນົດໃຫ້ຮັບນ້ຳໜັກພຽງ 15 ໂຕ່ນ, ແຕ່ລົດຄັນດັ່ງກ່າວແມ່ນນ້ຳໜັກຫຼາຍ. ກ່ອນໜ້ານີ້ປີ 2013, ຂົວນີ້ກໍ່ຫັກມາເທື່ອໜຶ່ງແລ້ວ.

ຂົວດັ່ງກ່າວແມ່ນຂົວຂ້າມຫ້ວຍພະບາງ ບ້ານໂພນແພງ ເມືອງຈຳປາສັກ ສິຂ້າມໄປທາງວັດພູ ຈຳປາສັກ.

ອຸບັດຕິເຫດຄັ້ງນີ້ ໄດ້ສ້າງຄວາມເສຍຫາຍ ໃຫ້ຂົວ ເພາະຫັກລົງນ້ຳເຊ ແລະ ລົດກໍ່ຄາ ຍັງເອົາອອກບໍ່ໄດ້. ໂຊກດີບໍ່ມີຜູ້ເສຍຊີວິດ.

ບັນດາລົດຂົນສົ່ງຕ້ອງໄດ້ ເອົາໃຈໃສ່ ປະຕິບັດຕາມປ້າຍ ຈາລະຈອນ ແລະ ປ້າຍກຳນົດ ນ້ຳໜັກ ຢ່າງເຄັ່ງຄັດ ເພາະທີ່ຜ່ານມາເຫັນວ່າ ລົດຂົນສົ່ງ ນ້ຳໜັກເກີດ ສ້າງຄວາມເສຍຫາຍ ໃຫ້ແກ່ເສັ້ນທາງ ແລະ ຂົວຫຼາຍແຫ່ງໃນ ປະເທດລາວ.

ພາບແລະຂ່າວ: Phouthasack Bounsoutthavy ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...