spot_img
Homeຂ່າວຕ່າງປະເທດຊຸບເປີມາເກັດໃນນິວຊີແລນຍ້າຍມີດອອກຈາກຮ້ານຫຼັງຜູ້ກໍ່ການຮ້າຍໂຈມຕີ

ຊຸບເປີມາເກັດໃນນິວຊີແລນຍ້າຍມີດອອກຈາກຮ້ານຫຼັງຜູ້ກໍ່ການຮ້າຍໂຈມຕີ

Published on

ເວັບໄຊ The Hil ລາຍງານ: ບັນດາຫ້າງຮ້ານໃນເຄືອຊຸບເປີມາເກັດ ໃນປະເທດນິວຊີແລນ ໄດ້ຂົນຍ້າຍວັດຖຸແຫຼມຄົມປະເພດມີດ ແລະ ມີດຕັດອອກຈາກຮ້ານຊົ່ວຄາວ ພາຍຫຼັງມີການໂຈມຕີຮ້ານຄ້າແຫ່ງໜຶ່ງໃນມື້ວັນສຸກຜ່ານມາ ເຮັດໃຫ້ມີຜູ້ບາດເຈັບ 6 ຄົນ ໃນນັ້ນມີ 3 ຄົນໄດ້ຮັບບາດເຈັບສາຫັດ.

ຜູ້ຈັດການຮ້ານຊຸບເປີມາເກັດ Countdown ກ່າວວ່າ: ຈຸດປະສົງຂອງການປິດຂາຍວັດຖຸມີຄົມຊົ່ວຄາວດັ່ງກ່າວ ກໍເພື່ອເຮັດໃຫ້ທຸກຄົນ ໂດຍສະເພາະລູກຄ້າ ແລະ ທີມງານໃນຮ້ານຮູ້ສຶກປອດໄພ ເນື່ອງຈາກເຫດການລະທຶກຂວັນຍັງຄົງເປັນພາບບາດຕາທີ່ຍາກຈະລືມໄດ້ ຂະນະທີ່ທາງຮ້ານກຳລັງພິຈາລະນາວ່າຈະສືບຕໍ່ຂາຍວັດຖຸມີຄົມດັ່ງກ່າວຕໍ່ໄປ ຫຼື ບໍ່ໃນອະນາຄົດ.

ເຫດເກີດໃນວັນສຸກຂອງອາທິດຜ່ານມາ ເມື່ອມີອະດີດເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງນິວຊີແລນ ສັນຊາດສີລັງກາ ໄດ້ເຂົ້າໄປໃນຮ້ານຊຸບເປີມາເກັດ Countdown ແລ້ວໃຊ້ມີດຢູ່ຊັ້ນວາງເຄື່ອງໃນຮ້ານໄລ່ແທງຜູ້ຄົນ ເຮັດໃຫ້ 6 ຄົນໄດ້ຮັບບາດເຈັບ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດຕັດສິນໃຈວິສາມັນຄົນຮ້າຍຜູ້ກໍ່ເຫດດັ່ງກ່າວ.

ຢ່າງໃດກໍຕາມ, ຈາກເຫດການທີ່ເກີດຂຶ້ນກັບຮ້ານດັ່ງກ່າວ ກໍມີບັນດາຫ້າງຮ້ານໃນເຄືອຊຸບເປີມາເກັດພາກັນທະຍອຍຂົນຍ້າຍຂອງມີຄົມອອກຈາກຮ້ານ ແລະ ປິດຂາຍວັດຖຸດັ່ງກ່າວເປັນການຊົ່ວຄາວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...