ຊື້ປີ້ລົດໄຟຜ່ານອອນລາຍຊ່ວຍຫຼຸດຜ່ອນການຕໍ່ແຖວຊື້ປີ້ຢູ່ສະຖານີ

0
759

ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 22 ພຶດສະພາ 2023 ວ່າ: ນັບແຕ່ເປີດດຳເນີນການທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ເຖິງປັດຈຸບັນ ບໍລິສັດທາງລົດໄຟ ລາວ-ຈີນ ບໍ່ໄດ້ຢຸດທີ່ຈະພັດທະນາການບໍລິການດ້ານຕ່າງໆ ເປັນຕົ້ນ ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານ, ນອກຈາກຊື້ຢູ່ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟຢູ່ໃນຕົວເມືອງແລ້ວ, ຍັງໄດ້ພັດທະນາການຊື້ປີ້ຂອງຜູ້ໂດຍສານຜ່ານລະບົບອອນລາຍຕື່ມອີກ, ເຊິ່ງເຫັນໄດ້ວ່າ ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າມາໃຊ້ບໍລິການເປັນຈຳນວນຫຼາຍ, ສະເລ່ຍມື້ໜຶ່ງມີຜູ້ໂດຍສານຊື້ປີ້ຜ່ານລະບົບອອນລາຍ 1 ພັນກວ່າຄົນ.

ພ້ອມກັນນີ້, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ໃຫ້ສ່ວນຫຼຸດ 5% ຫຼັງຈາກຊື້ປີ້ອອນລາຍ ຜ່ານ UnionPay ກໍຄື ຊື້ປີ້ຜ່ານລະບົບ LCR TICKET APP ເຊິ່ງຜູ້ໂດຍສານທີ່ຊື້ປີ້ ຈະໄດ້ຮັບສ່ວນຫຼຸດສູງສຸດ 15 ຄັ້ງ ແລະ ຍັງສາມາດໄດ້ຮັບສ່ວນຫຼຸດສູງສຸດເຖິງ 2 ຄັ້ງຕໍ່ມື້ ໂດຍກິດຈະກຳດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 15 ພຶດສະພາ ຫາ ວັນທີ 15 ສິງຫາ 2023, ຜູ້ໜຶ່ງສາມາດຊື້ປີ້ລົດໄຟຜ່ານລະບົບອອນລາຍ ໄດ້ເຖິງ 10 ປີ້. ທັງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຈຳເປັນຕ້ອງອອກຈາກເຮືອນ ບໍ່ຈຳເປັນຕ້ອງມາຖ້າເອົາປີ້ລົດໄຟກັບສະຖານີ.

ສຳລັບ ທິດທາງແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ພັດທະນາລະບົບຂາຍປີ້ຜ່ານລະບົບອອນລາຍ ຕື່ມອີກ ແລະ ໃນໄວໆນີ້ກໍຈະສາມາດນຳໃຊ້ BCEL One ທະນາຄານການຄ້າຕ່າງປະເທດ ໃນການຊຳລະເງິນຊື້ປີ້, ລວມທັງທະນາຄານອື່ນໆ ທີ່ໄດ້ເຂົ້າມາເຈລະຈາກັນໃນເບື້ອງຕົ້ນ ເພື່ອເຮັດໃຫ້ຜູ້ຊົມໃຊ້ ກໍຄື ຜູ້ໂດຍສານມີຄວາມສະດວກສະບາຍ ໃນການຊື້ປີ້ລົດໄຟຍິ່ງຂຶ້ນ.

ແຫຼ່ງຂ່າວ CRI