ນັບແຕ່ສະໄໝບູຮານພໍຕົກມາ ເດືອນຫົກ ລາວ ເປັນໄລຍະຕົ້ນຝົນ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາ ກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດ ໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີບຸນບັ້ງໄຟ ທີ່ ຖືວ່າເປັນປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ໂດຍເຊື່ອກັນວ່າ ເປັນພິທີກໍາຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູການ ໃຫ້ ພືດພັນ, ຜົນລະ ປູກຈະເລີນງອກງາມ.
ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງບັ້ງ ຫຼື ກະບອກ ທີ່ເຮັດດ້ວຍ ໝື້ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍກຳນົດເຮັດໃນເດືອນຂຶ້ນ ຫຼື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນຫຼາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟ ການເຮັດບັ້ງໄຟເລີ່ມຈາກການຫາໄມ້ໄຜ່ ຫຼື ລຳຕານ ມາລົນໄຟ, ລຸປ້ອງ, ຕາກໃຫ້ແຫ້ງ ຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟ ຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫຼື ບໍ່ໄໝ້ ອາດເກີດອັນຕະລາຍໄດ້. ກ່ອນວັນເຮັດບຸນ ຈະປຸກຕູບ ຜາມ ແລ້ວນິມົນພະ ແລະ ເຊີນຊວນພີ່ນ້ອງ ບ້ານໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ ມີການຕ້ອນຮັບ ພະ ຍາດພີ່ນ້ອງບ້ານອື່ນ ໂດຍນາຍບ້ານ ຈະແບ່ງເປັນກັນສາມ ຫຼື ສີ່ເຮືອນ ຕ້ອນຮັບລ້ຽງດູຄ້າຍ ຄືກັບບຸນພະເຫວດ.
ສຳລັບພິທີກຳໃນບຸນບັ້ງໄຟນັ້ນ ຕອນເຊົ້າ ແມ່ນມີ ການຖະຫວາຍຈັງຫັນໃຫ້ ແກ່ພະສົງແລ້ວ ນຳບັ້ງໄຟໄປຈູດ ທີ່ຄ້າງທີ່ຈັດໄວ້ ໃນລະຫວ່າງພະສັນຈັງຫັນ, ຊ່າງບັ້ງໄຟ ນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນມາເບິ່ງອີກ, ຖ້າວ່າບັ້ງ ໄຟໃດຂຶ້ນເຈົ້າຂອງ ແລະ ຍາດໂຍມກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ ແຕ່ຖ້າບໍ່ຂຶ້ນກໍເອົານາຍຊ່າງເອົາລົງຕົມ. ພ້ອມນີ້ຍັງມີການບວດນາກ ແລະ ເຖລາພິເສກຫົດນ້ຳພະສູດມົນ ແລ້ວສັນເພນ, ແຫ່ນາກສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນ ເຈົ້າສັດທາມີໝອນລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງຈະຕີກອງ ແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ເຊິ່ງມີມວນຊົນມາເບິ່ງ ຢ່າງຄັບຄາ ໜາແໜ້ນ, ມີການຟ້ອນລໍາ ສະແດງທ່າທາງສຸພາບຮຽບຮ້ອຍ ແລະ ຕະຫຼົກເຮຮາຕ່າງໆ, ທັງແຕ່ງເປັນເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງຟ້ອນລຳຕ່າງໆ, ແຕ່ງເປັນຍັກເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສື ພິມ ແລະ ເຊີ້ງ ພໍຮອດເວລາ ກໍເອົາບັ້ງໄຟ ໄປຄ້າງ, ບັນດານາຍຊ່າງບັ້ງໄຟກໍມີການຕີມວຍ ຫຼິ້ນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ.
ແຕ່ປັດຈຸບັນນີ້ ປະເພນີທັງໝົດກໍຫາເບິ່ງໄດ້ຍາກແລ້ວ ອີງຕາມການປ່ຽນແປງ ແຕ່ລະຍຸກແຕ່ລະສະໄໝ, ບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວ ໂດຍອີງໃສ່ຄວາມສະດວກຂອງບ້ານນັ້ນໆ ຈະມີພຽງການໄຫວ້, ຈູດບັ້ງໄຟ ແລະ ຄົບງັນທໍາມະດາເທົ່ານັ້ນ. ປະເພນີບຸນບັ້ງໄຟນີ້ ນອກຈາກເປັນການ ຂໍນໍ້າຂໍຟ້າໃຫ້ຝົນຕົກ ຕາມລະດູການແລ້ວ ຍັງເປັນການສ້າງຄວາມສາມັກຄີ ຂອງບັນດາບ້ານ ທີ່ຢູ່ໃກ້ຄຽງ ມາພົບປະຮ່ວມມ່ວນຊື່ນນໍາກັນອີກດ້ວຍ.
ຂໍ້ມູນຈາກ ຂປລ