spot_img
Homeຂ່າວທ້ອງຖິ່ນຊີ້ແຈ້ງແລ້ວ! ປະເດັນຮ້ອນເລື່ອງການຄິດໄລ່ຄ່າໄຟຟ້າແບບໃໝ່ (ມີຄລິບສຳພາດ)

ຊີ້ແຈ້ງແລ້ວ! ປະເດັນຮ້ອນເລື່ອງການຄິດໄລ່ຄ່າໄຟຟ້າແບບໃໝ່ (ມີຄລິບສຳພາດ)

Published on

ໜັງສືພິມລາວພັດທະນາ ໄດ້ເຜີຍແຜ່ບົດສຳພາດການຊີ້ແຈງວິທີການຄິດໄລ່ຄ່າໄຟຟ້າແບບໃໝ່ ໂດຍທ່ານ ເຄນ ເທບວົງສາ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ກ່າວວ່າ ອັດຕາຄ່າໄຟຟ້າຕາມໂຄງສ້າງໃໝ່ທີ່ຈະເລີ່ມປະຕິບັດຕັ້ງແຕ່ເດືອນພຶດສະພາ 2020 ເປັນຕົ້ນໄປນີ້ ສຳລັບອັດຕາສຳລັບຜູ້ຊົມໃຊ້ປະເພດທີ່ຢູ່ອາໄສນັ້ນ ໃນເມື່ອກ່ອນແມ່ນແບ່ງອອກເປັນ 6 ຂັ້ນ ແຕ່ມາຮອດປັດຈຸບັນແມ່ນໄດ້ຫຼຸດມາຍັງເຫຼືອພຽງໜຶ່ງຂັ້ນ ບໍ່ແມ່ນ 2 ຂັ້ນຕາມທີ່ເຂົ້າໃຈກັນ.

ໂຄງສ້າງຂອງລາຄາໄຟຟ້າໃໝ່ນີ້ຊີ້ໃຫ້ເຫັນວ່າລາຄາແມ່ນຈະເພີ່ມຂື້ນທຸກໆປີ ເຊັ່ນ ຜູ້ຊົມໃຊ້ປະເພດທີ່ຢູ່ອາໄສ: ອັດຕາຄ່າຊົມໃຊ້ໄຟຟ້າ ແຕ່ 0-150 ກິໂລວັດໂມງ/ເດືອນ: ສຳລັບປີ 2020 ແມ່ນ 355 ກີບ/1 ກິໂລວັດໂມງ/ເດືອນ, ປີ 2021 ແມ່ນ 359 ກີບ, ປີ 2022 ແມ່ນ 362 ກີບ, ປີ 2023 ແມ່ນ 366 ກີບ, ປີ 2024 ແມ່ນ 369 ກີບ ແລະ ປີ 2025 ແມ່ນ 373 ກີບ.

ສະເພາະຊົມໃຊ້ຫຼາຍກວ່າ 150 ກິໂລວັດໂມງ/ເດືອນ ລາຄາແມ່ນຈະສູງຂື້ນຕື່ມ ເຊັ່ນ: ຊົມໃຊ້ຫຼາຍ ກວ່າ 150 ກິໂລວັດໂມງ/ເດືອນ ລາຄາສຳລັບປີ 2020 ແມ່ນ 710 ກີບ/1ກິໂລວັດໂມງ/ເດືອນ, ປີ 2021 ແມ່ນ 717 ກີບ, ປີ 2022 ແມ່ນ 724 ກີບ, ປີ 2023 ແມ່ນ 732 ກີບ, ປີ 2024 ແມ່ນ 739 ແລະ ປີ 2025 ແມ່ນ 746 ກີບ.

ສຳລັບຄວາມຈິງໃນຂໍ້ນີ້ ທ່ານ ເຄນກ່າວວ່າ ລາຄາໃນໂຄງສ້າງໃໝ່ນີ້ແມ່ນມີພຽງຂັ້ນດຽວ ນັ້ນກໍຄື 710 ກີບຕໍ່ກິໂລວັດໂມງ (kWh), ແຕ່ລັດຖະບານໄດ້ມີນະໂຍບາຍຕໍ່ຜູ້ທີ່ຊົມໃຊ້ໄຟຟ້າໜ້ອຍ ບໍ່ເກີນ 150 kWh ຕໍ່ເດືອນ ແມ່ນຈະໄດ້ຮັບນະໂຍບາຍຫຼຸດລາຄາ 50% ຄິດໄລ່ພຽງ 355 ກີບຕໍ່ kWh. ແຕ່ຖ້າວ່າໃຊ້ໄຟຟ້າເກີນ 150 kWh ຂຶ້ນໄປແລ້ວ ແມ່ນຈະບໍ່ໄດ້ຮັບນະໂຍບາຍໂຕນີ້ກໍຄືຈະໄດ້ໄລ່ຄາລາຄາປົກກະຕິ ນັ້ນກໍຄື 710 ກີບຕໍ່ kWh.

ສະນັ້ນ, ຫາກຄົວເຮືອນໃດທີ່ນຳໃຊ້ໄຟຟ້າເກີນ 150 kWh ນັ້ນ ຈຶ່ງບໍ່ໄດ້ໄລ່ລາຄາໃນສ່ວນຂອງ 150 ໜ່ວຍທຳອິດ ແຕ່ຈະໄລ່ລວມເປັນອັດຕາ 710 ກີບເລີຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...