spot_img
Homeຂ່າວພາຍ​ໃນຊາວລາວກັງວົນນໍາໂຄງການ ຣົດໄຟ ລາວ-ຈີນ

ຊາວລາວກັງວົນນໍາໂຄງການ ຣົດໄຟ ລາວ-ຈີນ

Published on

image

ໂຄງການ ຣົດໄຟ ຄວາມໄວ ສູງ ຈາກ ແຂວງ ຢູນານ ຂອງຈີນ ຫາ ລາວ ຜ່ານລົງໄປ ຮອດ ສິງກະໂປ ໃນ ຈຸດປະສົງ ທີ່ ຈະປ່ຽນ ໂສມຫນ້າ ຂອງ ສປປລາວ ຈາກ ປະເທດ ດ້ອຍພັທນາ ທາງດ້ານ ການກະເສດ ມາເປັນ ອຸດສາຫະກັມ ນັ້ນ ປະຊາຊົນ ສວ່ນໃຫຍ່ ເປັນຫ່ວງ ຢ້ານລາວ ໂຄງການ ຣົດໄຟ ຄວາມໄວສູງ ດັ່ງກ່າວ ຈະ ອະນຸຍາດ ໃຫ້ຈີນ ເຮັດໃຫ້ ສປປລາວ ກາຍເປັນ ພື້ນທີ່ ການຄ້າ ຂອງຕົນ.

ຈີນ ເປັນປະເທດ ລົງທຶນ ລາຍໃຫຍ່ ໃນລາວ ມີ ຈຸດປະສົງ ຈະໃຊ້ ເສັ້ນທາງ ຣົດໄຟ ຄວາມໄວສູງ ໃນການ ເຄື່ອນຍ້າຍ ສິນຄ້າ ຢ່າງ ຫລວງຫລາຍ ຂອງຕົນ ມາທາງໃຕ້ ແລະ ໃນທາງກັບ ກໍຈະເອົາ ຊັພຍາກອນ ທັມມະຊາດ ຂອງລາວ ຂື້ນເຫນືອ ໄປຈີນ.

ໂຄງການ ຣົດໄຟ ຄວາມໄວສຸງ ລາວ-ຈີນ ມີຄວາມຍາວ ປະມານ 418 ກິໂລແມັດ ຈາກ ຊາຍແດນ ຈີນ ທີ່ ເມືອງ ບໍ່ເຕັນ ແຂວງ ອຸດົມໄຊ ໄປຮອດ ນະຄອນຫລວງ ວຽງຈັນ ຈະສ້າງຂົວ 154 ແຫ່ງ ອຸບມົງ 76 ແຫ່ງ ແລະ ສະຖານີ ຣົຖໄຟ 31 ແຫ່ງ.

ປະຊາຊົນ ລາວ ສ່ວນຫລາຍ ຍັງຄິດວ່າ ໂຄງການ ດັ່ງກ່າວ ຈະບໍ່ໃຫ້ ຜົນປະໂຍດ ແກ່ຄົນລາວ ເທົ່າທີ່ຄວນ ຮ້າຍໄປກວ່າ ນັ້ນ ຣັດບານ ລາວ ຈະຕິດຫນີ້ ຫລາຍຂຶ້ນ ຖ້າມີການ ສ້າງ. ແຕ່ຂ່າວ ຫລ້າສຸດ ສານໄທ ຕັດສິນ ບໍ່ເຫັນພ້ອມ ໃນໂຄງການ ຣົດໄຟ ຄວາມໄວສູງ ຂອງໄທ ຍັງ ບໍ່ຮູ້ວ່າ ໂຄງການ ຂອງລາວ ຍັງຈະມີ ການ ພິຈາຣະນາ ຢູ່ຫລືບໍ່.

http://www.rfa.org/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...