spot_img
Homeຂ່າວຕ່າງປະເທດຊາວກູບາ ຫລັ່ງໄຫລເຂົ້າສະແດງຄວາມອາໄລ ຟີແດນ ກາສໂຕຣ ຜູ້ນຳທີ່ແສນເຄົາລົບຮັກ

ຊາວກູບາ ຫລັ່ງໄຫລເຂົ້າສະແດງຄວາມອາໄລ ຟີແດນ ກາສໂຕຣ ຜູ້ນຳທີ່ແສນເຄົາລົບຮັກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພະຈິກຜ່ານມານີ້ວ່າ ປະຊາຊົນຊາວກູບາຈຳນວນຫລວງຫລາຍ ໄດ້ພາກັນຫລັ່ງໄຫລເດີນທາງມາສະໜາມແຫ່ງການປະຕິວັດ ນະຄອນຫລວງລາຮາວານ ເພື່ອຕໍ່ແຖວລໍຖ້າເຂົ້າສະແດງຄວາມໄວ້ອາໄລ ຕໍ່ໜ້າຮູບຂອງ ທ່ານ ຟີແດນ ກາສໂຕຣ ຜູ້ນຳແຫ່ງການປະຕິວັດກູບາ ທີ່ເຖິງແກ່ມໍລະນະກຳ ໃນວັນທີ 25 ພະຈິກທີ່ຜ່ານມາ ລວມອາຍຸໄດ້ 90 ປີ ຊຶ່ງການຈັດພິທີໄວ້ອາໄລດັ່ງກ່າວນີ້ ມີຂຶ້ນເປັນເວລາ 9 ວັນ ຕາມການປະກາດຂອງລັດຖະບານກູບາ ໂດຍຈະສິ້ນສຸດລົງ ໃນວັນທີ 4 ທັນວານີ້.

ທ່ານ ຟີແດນ ກາສໂຕຣ ເປັນໜຶ່ງໃນລັດຖະບູລຸດ ທີ່ປຽບເໝືອນດັ່ງຈິດວິນຍານຂອງຊາວກູບາ ຊຶ່ງໃນຕະຫລອດໄລຍະຊີວິດຂອງທ່ານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ໃນການພັດທະນາປະເທດກູບາ ຈົນຖືກຂະໜານນາມວ່າ ນັກປະຕິວັດແຫ່ງກູບາ ທີ່ມີບົດບາດສຳຄັນ ຕໍ່ການກໍ່ສ້າງສັງຄົມນິຍົມຢູ່ກູບາ ໂດຍປະຊາຊົນຊາວກູບາ ຈະຍັງຄົງຢູ່ໃນພາວະແຫ່ງຄວາມເສົ້າໂສກເສຍໃຈ ຕໍ່ກັບການຈາກໄປຂອງຜູ້ນຳອັນແສນເຄົາລົບຮັກຂອງຕົນ.

njpus24ncqkx5e1exvixpfsb0bhapwlbyzhflpekicn njpus24ncqkx5e1exvixpfsb0bhapwmeyxadk67ofwg njpus24ncqkx5e1exvixpfsb0bhapwnpd4dwwaewazs

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...