spot_img
Homeຂ່າວຕ່າງປະເທດຊວນສວດມົນທົ່ວປະເທດ ເພື່ອຈະຊ່ວຍໃຫ້ຈິດໃຈສະຫງົບຫຼາຍຂື້ນ

ຊວນສວດມົນທົ່ວປະເທດ ເພື່ອຈະຊ່ວຍໃຫ້ຈິດໃຈສະຫງົບຫຼາຍຂື້ນ

Published on

ຈາກກໍລະນີທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ໃນປະເທດໄທ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອຢ່າງຕໍ່ເນື່ອງ. ທ່ານ ອະນຸຊາ ນາຄາໄສ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ຈຶ່ງໄດ້ ມອບໝາຍ ໃຫ້ສຳນັກງານພະພຸດສາສະໜາແຫ່ງຊາດ ຈັດພິທີສວດມົນພ້ອມກັນທົ່ວປະເທດ ໃນວັນທີ 11 ພຶດສະພາ 2021 ເວລາ 5:00 ໂມງເຊົ້າເປັນຕົ້ນໄປ.

ໂດຍມີ ສົມເດັດ ພະອະນິຍະວົງສາຄະຕະຍານ ສົມບັນພະສັງຄະລາດສະກົນສັງຂາປະລິນນາຍົກ ເປັນປະທານຝ່າຍສົງ ແລະ ທ່ານ ອະນຸຊາ ນາຄາໄສ, ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ  ເປັນປະທານຝ່າຍບໍລິຫານຝ່າຍທາງໂລກ.

ລັດຖະມົນຕີປະຈຳສຳນັກງານນາຍົດກ່າວວ່າ ການຈັດພິທີສວດມົນຄັ້ງນີ້ ເປັນການສ້າງຂວັນກຳລັງໃຈໃຫ້ກັບປະຊາຊົນ ລວມເຖິງເພື່ອຄວາມເປັນສິລິມົງຄຸນແກ່ປະເທດຊາດ ເຊິ່ງຕົກຢູ່ໃນສະຖານະການປັດຈຸບັນທີ່ກຳລັງພົບຢູ່ ອາດເຮັດໃຫ້ເກີດຄວາມຄຽດ ການສວດມົນ ເຮັດສະມາທິ ຈະຊ່ວຍເຮັດໃຫ້ຈິດໃຈສະຫງົບຫຼາຍຂື້ນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...