ຈີນ ຍົກເລີກເຕືອນໄພ ມົນລະພິດ ທາງອາກາດ

1449736438-23718 400

ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 10 ທັນວາ 2015, ເຈົ້າໜ້າທ່ີ ຈີນ ໃຫ້ຮູ້້ວ່າ ປະເທດນີ້ ໄດ້ ຍົກ​ເລີກ​ ການ​ເຕືອນ​ໄພ ​ມົນ​ລະ​ພິດ​ ທາງ​ອາກາດ​ ໃນລະດັບ ​ສູງ​ສຸດ ​ເນື່ອງ​ຈາກ ບັນຍາກາດ ຢູ່ນະຄອນຫລວງ ປັກກິ່ງ ໄດ້ກັບຄືນ ສູ່ ສະພາບ ປົກກະຕິ ​ພາຍຫລັງ ໄດ້ປະກາດ ໃຫ້ ສະຖານທ່ີ ຕ່າງໆເຊັ່ນ: ໂຮງຮຽນ, ຫ້າງຮ້ານ, ແລະ ອື່ນໆ ໃຫ້ຢຸດຕິ ການບໍລິການ ຊົ່ວຄາວ ເມື່ອບໍ່ດົນມານີ້ ​ເນື່ອງ​ຈາກ ​ຝຸ່ນລະອອງ​ ຂະໜາດ ​ພີ​ເອັມ 2,5 ສູງເຖິງ 600 ໄມ ໂກຣ ກຣາມ /ແມັດກ້ອນ, ເຊິ່ງອາດ​ສາມາດ​ ຝັງ​​ເລິກ ເຂົ້າໃນ​ເຍື່ອຫຸ້ມປອດ. ປັດຈຸບັນ, ຝຸ່ນລະອອງ ດັ່ງກ່າວ ຫລຸດ​ລົງ ​ເຫລືອ 22 ໄມ​ໂກຣກຣາມ/​ແມັດ​ກ້ອນ,  ຕ່ຳ​ກວ່າລະດັບ ​ທີ່​ອົງການ​ ອະນາ​ໄມ​ໂລກ​ ກຳນົດໄວ້./.​

ແຫ່ລງຂ່າວ

ຂປລ