spot_img
Homeຂ່າວການພັດທະນາຮອງນາຍົກລັດຖະມົນຕີລາຍງານ ຄວາມຄືບໜ້າ 2 ໂຄງການຂະໜາດໃຫຍ່ ຕໍ່ສະພາແຫ່ງຊາດ

ຮອງນາຍົກລັດຖະມົນຕີລາຍງານ ຄວາມຄືບໜ້າ 2 ໂຄງການຂະໜາດໃຫຍ່ ຕໍ່ສະພາແຫ່ງຊາດ

Published on

DSC_8029 somsavad 1

ຂປລ. ມື້ທີ 5 ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີVII ໃນວັນທີ 11 ທັນວາ 2015 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດພ້ອມບັນດາ ສສຊ ໄດ້ສືບຕໍ່ຮັບຟັງການລາຍງານກ່ຽວກັບ ໂຄງການດາວທຽມລາວ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ ແລະ ມີການລົງທຶນຂອງລັດຖະບານ.

​ໃນ​ໂອກາດ​ດັ່ງ​ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ການ​ຜະລິດ ​ແລະ ຈໍລະ​ຈອນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການດາວທຽມລາວ ແລະ ໂຄງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫລວງວຽງຈັນວ່າ:ໂຄງການດາວທຽມລາວ ໃນຕໍາແໜ່ງ 128,5 ອົງສາຕາເວັນອອກ ເປັນໂຄງການທີ່ລັດຖະບານສ້າງຂຶ້ນ ໃນສະໄໝ ທ່ານ ຄໍາໄຕສີພັນດອນ ເປັນນາຍົກລັດຖະມົນຕີ ແລະ ໄດ້ສືບ​ຕໍ່ປຶກສາຫາລືກັບລັດຖະບານຈີນ. ອີງຕາມການຕົກລົງລະຫວ່າງສອງຜູ້ນໍາຂັ້ນສູງ ຂອງສອງພັກ ແລະ ສອງລັດ ໂດຍໄດ້ສະເໜີກູ້ຢືມເງິນຈາກລັດຖະບານຈີນ ໃນປີ 2008 ຈາກນັ້ນ ລັດຖະບານລາວໄດ້ຍື່ນເອກະສານຂໍຈອງຕໍາແໜ່ງວົງໂຄຈອນຈາກສະຫະພາບໂທລະຄົມມະນາຄົມສາກົນ ໃນວັນທີ 13 ພຶດສະພາ 2008 ເຊິ່ງໂຄງການໄດ້ແບ່ງອອກເປັນສອງໄລຍະຄື:ໄລຍະທີ 1 ແມ່ນດໍາເນີນການທາງດ້ານເຕັກນິກຕ່າງໆ ຈົນຮອດການສົ່ງດາວທຽມເຂົ້າໃນຕໍາແໜ່ງວົງໂຄຈອນຈົນສໍາເລັດ; ສ່ວນໄລຍະທີ 1 ແມ່ນການບໍລິຫານລະບົບດາວທຽມ ເພື່ອໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ ສະເພາະດາວທຽມລາວແຊດ 1 ຈະມີການທົດລອງລະບົບຕ່າງໆ ໃຫ້ສົມບູນແມ່ນຈະໃຊ້ເວລາປະມານ 2 ເດືອນ ຈຶ່ງສາມາດໃຫ້ບໍລິການຢ່າງຖາວອນ ແລະ ມີອາຍຸການນໍາໃຊ້ງານຕໍ່າສຸດ 15 ປີ ມີຊ່ອງສັນຍານ 22 ຊ່ອງ ແລະ ກວມເອົາ 15 ປະເທດອ້ອມຂ້າງ ​ເຊິ່ງຈະະຖືກນໍາໃຊ້ເຂົ້າໃນວຽກງານສື່ສານຂອງພາກລັດ ແລະສັງຄົມທົ່ວໄປ, ການໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ, ການບໍລິການຜ່ານດາວທຽມ ວຽກງານສື່ສານໃນຊົນນະບົດ, ການບໍລິການໂທລະພາບຜ່ານດາວທຽມ, ນໍາໃຊ້ສໍາລັບການສຶກສາ ແລະ ການແພດທາງໄກ, ການສື່ສານໃນວຽກງານສຸກເສີນ ແລະ ວຽກງານຟື້ນຟູໄພພິບັດຕ່າງໆ.

ໂຄງການດັ່ງກ່າວ ໄດ້ມີການຮ່ວມທຶນ ລະຫວ່າງ ລັດຖະບານລາວ ກັບ ບັນດາບໍລິສັດຂອງ ສປ. ຈີນ ເຊິ່ງລັດຖະບານລາວ ຖືຫຸ້ນ 45%, ບໍລິສັດຈີນ (china Asia-pacific Mobile Telecommnications Satellite co.ltd (APMT) 35%, ບໍລິສັດ Space Star Technology co.Ltd (SSTC) 15% ແລະ ບໍລິສັດ Asia-Pacific Satellite Technology (APST) 5% ປັດຈຸບັນ ຜູ້ຮ່ວມທຶນກໍາລັງກະກຽມສ້າງຕັ້ງບໍລິສັດຮ່ວມທຶນ ເພື່ອບໍລິຫານໂຄງການໃຫ້ມີຜົນປະໂຫຍດທາງດ້ານທຸລະກິດ ໃຫ້ສໍາເລັດໃນທ້າຍປີ 2015 ແລະ ໃຫ້ສາມາດດໍາເນີນທຸລະກິດໃນເດືອນມັງກອນ 2016 ຕາມແຜນການ, ບໍລິສັດຮ່ວມທຶນຈະສາມາດສ້າງຜົນກໍາໄລ ເພື່ອທົດແທນເງິນກູ້ ແລະ ເຫລືອໄວ້ສໍາລັບສືບຕໍ່ໂຄງການພາຍຫລັງໝົດອາຍຸນໍາໃຊ້ຂອງດາວທຽມດວງທໍາອິດ

ທ່ານຮອງນາຍົກລັດຖະມົນຕີກ່າວຕື່ມວ່າ: ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດປະມານ 427,2 ກິໂລແມັດ ນັບແຕ່ ຊາຍແດນຈີນ-ລາວ ມາເຖິງນະຄອນຫລວງວຽງຈັນ ຈົນຮອດຈຸດຂົວເຊື່ອມຕໍ່ລົດໄຟ ລາວ-ໄທ ແຫ່ງໃໝ່, ຄວາມກວ້າງຂອງລາງແມ່ນມາດຕະຖານສາກົນຄື: 1.435 ມມ, ເປັນປະເພດລາງດ່ຽວ, ຄວາມໄວອອກແບບສໍາລັບຂົນສົ່ງໂດຍສານແມ່ນ 160 ກມ/ຊມ ແລະ ໄດ້ອອກແບບສໍາຮອງ ເພື່ອໄວ້ 200 ກມ/ຊມ ໃນເຂດທົ່ງພຽງ ຄືຊ່ວງຕອນທາງແຕ່​ເມືອງວັງວຽງ ​ແຂວງ​ວຽງ​ຈັນ ຫາ ນະຄອນຫລວງວຽງຈັນ; ຄວາມໄວອອກແບບສໍາລັບລົດໄຟຂົນສົ່ງສິນຄ້າແມ່ນ 120 ກມ/ຊມ, ລະບົບຂັບເຄື່ອນດ້ວຍໄຟຟ້າ, ຂະໜາດຮັບນໍ້າໜັກລວມຂະບວນຕູ້ລົດໄຟແມ່ນ 3.000 ໂຕນ; ມີສະຖານີ ທັງໝົດ 33 ແຫ່ງ ໃນນີ້ມີສະຖານີສໍາລັບຫລີກລົດໄຟ 21 ແຫ່ງ, ສະຖານີໂດຍສານ 11 ແຫ່ງ ແລະ ສະຖານີສິນຄ້າ 1 ແຫ່ງ. ສໍາລັບ ໜ້າວຽກກໍ່ສ້າງຕົ້ນຕໍ່ມີຄື: ກໍ່ສ້າງຊັ້ນຍົກລະດັບທາງລວງຍາວ 175 ກມ ກວມເອົາ 41% ຂອງລວງຍາວທັງໝົດ, ກໍ່ສ້າງຂົວ 170 ແຫ່ງລວງຍາວ 69 ກມ, ກວມເອົາ 16% ແລະ ທໍ່ລະບາຍນໍ້າ 567 ແທ່ງ,ລວງຍາວ 21 ກມ ແລະ ກໍ່ສ້າງອູບມຸງ 72 ແຫ່ງລວງຍາວ 183 ກມ ກວມເອົາ 43% ຂອງລວງຍາວທັງໝົດໃນນີ້ອູບມຸງທີ່ມີ ຄວາມຍາວເກີນ 7 ກມ ມີ 7 ແຫ່ງ, ອູບມຸງທີ່ຍາວກວ່າໝູ່ແມ່ນ 9,5 ກມ. ກ່ຽວກັບການກໍານົດຂອບເຂດ ການນໍາໃຊ້ເນື້ອທີ່ດິນທັງໝົດຂອງໂຄງການມີ 2 ປະເພດຄື: ນໍາໃຊ້ຖາວອນສໍາລັບແລວທາງລົດໄຟ ແລະ ສະຖານີ 3.058 ເຮັກຕາ ແລະ ນໍາໃຊ້ສໍາລັບບໍ່ດິນ, ບໍ່ຫີນ ແລະ ສະຖານທີ່ຮັບໃຊ້ໃນເວລາກໍ່ສ້າງລວມມີ803 ເຮັກຕາ. ຂອບເຂດແລວທາງລົດໄຟເບື້ອງລະ 50 ​ແມັດ ຈາກໃຈກາງທາງລົດໄຟ, ຄາດຄະເນມູນຄ່າການລົງທຶນທັງໝົດຂອງໂຄງການ ປະມານ 38,7 ຕື້ຢວນ, ເຊິ່ງຄິດສະເລ່ຍມູນຄ່າ ຕໍ່ກິໂລແມັດແມ່ນ 90,6 ລ້ານຢວນ,ຈະໃຊ້ເວລາກໍ່ສ້າງ 5 ປີຈື່ງສໍາເລັດ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...