Homeຂ່າວພາຍ​ໃນເປີດຂະບວນຄາຣາວານລົດ ສູ່ເມືອງວຽງໄຊ

ເປີດຂະບວນຄາຣາວານລົດ ສູ່ເມືອງວຽງໄຊ

Published on

DSC_7992 kharavane 1

​ຂະ​ບວນ​ຄາຣາວານລົດ ຫວນ​ຄືນສູ່​ຖິ່ນ​ກຳ​ເນີ​ດ ທີ່​​ເມືອງ​ວຽງ​ໄຊ ​ແຂວງ​ຫົວ​ພັນ ໄດ້​​ເລີ່​ມອອກ​ເດີນທາງ ​ໃນ​ວັນ​ທີ 11-15 ທັນວາ 2015 ​ເລີ່​ມຈາກ​ນະຄອນຫລວງ​ວຽງຈັນ ຜ່ານ​ແຂວງ​ບໍລິ​ຄຳ​ໄຊ-​ແຂວງ​ຊຽງຂວາງ ​ເຂົ້າ​ແຂວງຫົວພັນ ​​ໃນໄລຍະ​ການ​ເດີນທາງ 670 ກວ່າ​ກິ​ໂລ​ແມັດ ​ທັງ​ນີ້, ເພື່ອເປັນ​ການ​ສ້າງ​ຂະ​ບວນການສະ​ເຫລີ​ມສະຫລອງ​ ວັນ​ສະຖາ​ປານາ ສປປ ລາວ ຄົບຮອບ 40 ປີ ​ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ​ພົມວິຫານ​ ຄົບຮອບ 95 ປີ (13/12/1920-13/12/2015) ທັງເປັນ​ການ​ຫວນ​ຄືນ​ມູນ​ເຊື້ອປະຕິ​ວັດ ອັນ​ພິລະ​ອາດ​ຫານ​ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ ​ແລະ​ ເປັນ​ການ​ໂຄສະນາ ​ສົ່ງ​ເສີມ​ການທ່ອງທ່ຽວ ບັນດາ​ແຂວງ​ພາກ​ເໜືອຂອງ​ລາວ.

​ຂະ​ບວນຄາຣາວານ​ ດັ່ງກ່າວ ມີ​ລົດ​ຫລາຍ​ກວ່າ 100 ຄັນ ​ເຂົ້າ​ຮ່ວມ ນຳ​ໂດຍ ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ​, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ມີ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ​ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ ​ເປັນ​ຈຳນວນ​ຫລາຍ ​ເຖິງ​ຈະ​ເປັນ​ໄລຍະ​ທາງ​ໄກ ​ແຕ່​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ, ພູຜາ​ປ່າ​ໄມ້​ ອັນ​ສວຍ​ສົດ​ງົດ​ງາມ​ຕາມ​ສອງ​ຝາກ​ທາງ, ທ່ຽວ​ຊົມ​ແຫລ່ງທ່ອງ​ທ່ຽວ​ທາງ​ວັດທະນະທຳ ​ແລະ ປະຫວັດສາດ​ຈຳນວນ​ໜຶ່ງ ຢູ່ ​ແຂວງ​ຊຽງ​ຂວາງ ຄື: ວັດ​ເກົ່າ​ເມືອງ​ຄູນ, ທົ່ງ​ໄຫ​ຫີນ, ພູ​ກູດ​ຈອມ​ເຫລັກ​ວິລະ​ຊົນ ​ແລະ ຖ້ຳ​ປິວ​ເຫດ​ໂລກ​ຄາດ​ຕະກຳ ​ເມືອງ​ຄຳ. ສຳລັບ​ຢູ່ ​ແຂວງ​ຫົວພັນ ກໍ​ຈະ​ໄດ້​ທ່ຽວ​ຊົມ​ຕາດ​ສະ​ເຫລີ​ຍ ​ແລະ ບັນດາ​ຖ້ຳ​ຜູ້ນຳ ທີ່​ເມືອງ​ວຽງ​ໄຊ ​ແລະ ອື່ນໆ. ພິ​ເສດ ຜູ້​ເຂົ້າ​ຮ່ວມ​ຂະ​ບວນຄາຣາວາດ​ ຄັ້ງ​ນີ້, ຍັງ​ຈະ​ໄດ້​ຮ່ວມ​ວາງ​ກະຕ່າ​ດອກ​ໄມ້ ​ເພື່ອ​ຄຳນັບ​ອະນຸສາວະລີ​ປະທານ​​ໄກສອນ​ພົມວິຫານ ທີ່​ເມືອງ​ວຽງ​ໄຊ ​ແລະ ຮ່ວມ​ງານ​ໂຮມ​ຊຸມນຸມ​ໃຫຍ່ ສະ​ເຫລີ​ມສະຫລອງ​ວັນ​ສະຖາ​ປານາ ສປປ ລາວ ຄົບຮອບ 40 ປີ ​ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ​ພົມວິຫານ ຄົບ​ຮອບ 95 ປີ. ຂະ​ບວນຄາຣາວານ ດັ່ງກ່າວ ຈະ​ດຳ​ເນີນ​ໄປ​ຮອດວັນ​ທີ 15 ທັນວາ ຈິ່ງ​ຈະ​ກັບ​ຄືນ​ສູ່​ນະຄອນຫລວງ​ວຽງ​ຈັນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...