spot_img
Homeຂ່າວຕ່າງປະເທດຈີນເລັ່ງຄົ້ນຫາຜູ້ສູນຫາຍເຫດເຮືອຫລົ້ມ ລ່າສຸດມີຜູ້ລອດ 14 ຄົນ ອີກ 400 ກ່ວາຄົນຍັງບໍ່ພົບ!

ຈີນເລັ່ງຄົ້ນຫາຜູ້ສູນຫາຍເຫດເຮືອຫລົ້ມ ລ່າສຸດມີຜູ້ລອດ 14 ຄົນ ອີກ 400 ກ່ວາຄົນຍັງບໍ່ພົບ!

Published on

EyWwB5WU57MYnKOuXxylEBAjnEBJqrvdqr98pPccleAkKUiJS8hyKS

ໜ່ວຍກູ້ໄພຂອງຈີນກຳລັງເລັ່ງຄົ້ນຫາຜູ້ສູນຫາຍ ເຫດເຮືອໂດຍສານນຳທ່ຽວຫລົ້ມໃນແມ່ນ້ຳແຢງຊີ ມື້ວັນຈັນທີ 1 ມິຖຸນາຜ່ານມາ ລ່າສຸດພົບຜູ້ລອດຊີວິດພຽງແຕ່ 14 ຄົນ ຈາກຜູ້ໂດຍສານ ແລະ ລູກເຮືອທັງໝົດ 456​ ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມິຖຸນານີ້ວ່າ ເຈົ້າໜ້າທີ່ກູ້ໄພຫລາຍພັນຄົນຂອງຈີນ ກຳລັງແຂ່ງກັບເວລາເພື່ອຄົ້ນຫາຜູ້ລອດຊີວິດ ໃນເຫດເຮືອໂດຍສານນຳທ່ຽວ Eastern Star ຫລົ້ມໃນແມ່ນ້ຳແຢງຊີ ແຂວງຫູເປີ່ຍ ຈາກສະພາບອາກາດທີ່ຮ້າຍແຮງ ໃນມື້ວັນທີ 1 ມິຖຸນາຜ່ານມາ ໂດຍລ່າສຸດ ເຈົ້າໜ້າທີ່ໄດ້ພົບຜູ້ເສຍຊີວິດແລ້ວ 7 ຄົນ ແລະ ຊ່ວຍຜູ້ລອດຊີວິດໄດ້ພຽງແຕ່ 14 ຄົນ ສ່ວນທີ່ເຫລືອອີກ 400 ກ່ວາຄົນ ເຊິ່ງສ່ວນຫລາຍເປັນຜູ້ໂດຍສານອາຍຸສູງ ແມ່ນຍັງຄົງສູນຫາຍ.

ເຈົ້າໜ້າທີ່ຕຳຫລວດ ໄດ້ຄວບຄຸມຕົວກັບຕັນເຮືອ ແລະ ວິສະວະກອນປະຈຳເຮືອທີ່ລອດຊີວິດ ລວມ 2 ຄົນ ໄວ້ເພື່ອສອບປາກຄຳ ໂດຍຜ່ານການໃຫ້ການຂອງກັບຕັນເຮືອໄດ້ລະບຸວ່າ ເຮືອລຳດັ່ງກ່າວປະເຊີນກັບພາຍຸຢ່າງຮຸນແຮງ ແລະ ຈົມລົງໃນເວລາບໍ່ພໍເທົ່າໃດນາທີຕໍ່ມາ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...