spot_img
Homeຂ່າວຕ່າງປະເທດຈີນສ້າງສຳເລັດ ກຽມເປີດນຳໃຊ້ ກ້ອງໂທລະທັດວິທະຍຸ ຂະໜາດໃຫຍ່ທີ່ສຸດໃນໂລກ!

ຈີນສ້າງສຳເລັດ ກຽມເປີດນຳໃຊ້ ກ້ອງໂທລະທັດວິທະຍຸ ຂະໜາດໃຫຍ່ທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກັນຍານີ້ວ່າ ຈີນກຽມເປີດນຳໃຊ້ ຈານຮັບສັນຍານກ້ອງໂທລະທັດວິທະຍຸ FAST (Five-hundred-meter Aperture Spherical Telescope) ໃຫຍ່ທີ່ສຸດໃນໂລກ ພາຍໃນທ້າຍເດືອນກັນຍານີ້ ຫລັງຈາກທຳການກໍ່ສ້າງໃນຂັ້ນຕອນສຸດທ້າຍສຳເລັດ ຊຶ່ງຕັ້ງຢູ່ເທິງພູເຂດເມືອງຜິງຖັງ ແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດຈີນ, ກ້ອງໂທລະທັດວິທະຍຸດັ່ງກ່າວນີ້ ມີຈານຮັບສັນຍານວິທະຍຸຂະໜາດໃຫຍ່ ເທົ່າກັບສະໜາມເຕະບານ 30 ແຫ່ງລວມກັນ ມີເສັ້ນຜ່າສູນກາງ 500 ແມັດ ໃຫຍ່ກວ່າຫໍສັງເກດດວງດາວອາເຣຊີໂບ (Arecibo Observatory) ຢູ່ເປີໂຕຣິໂກ ແລະ ມີລະດັບຄວາມໄວ ໃນການຮັບສົ່ງສັນຍານສູງກວ່າ ປະມານ 10 ເທົ່າ.

ກ້ອງໂທລະທັດວິທະຍຸ FAST ທີ່ໃຫຍ່ທີ່ສຸດໃນໂລກແຫ່ງນີ້ ເລີ່ມຕົ້ນລົງມືກໍ່ສ້າງໃນເດືອນມີນາ 2011 ຜ່ານມາ ດ້ວຍງົບປະມານການກໍ່ສ້າງທັງໝົດ ປະມານ 1.2 ຕື້ຢວນ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...