spot_img
Homeປ່ອງຢ້ຽມດວງດາວຈີນສົ່ງດາວທຽມສື່ສານ "ເຊິງຄວອນຕັມ" ຂຶ້ນສູ່ອາວະກາດໄດ້ສຳເລັດເປັນຊາດທຳອິດຂອງໂລກ

ຈີນສົ່ງດາວທຽມສື່ສານ “ເຊິງຄວອນຕັມ” ຂຶ້ນສູ່ອາວະກາດໄດ້ສຳເລັດເປັນຊາດທຳອິດຂອງໂລກ

Published on

ປະເທດຈີນໄດ້ສົ່ງດາວທຽມສື່ສານ ເຊິງຄວອນຕັມ ຂຶ້ນສູ່ອາວະກາດໄດ້ສຳເລັດເປັນຊາດທຳອິດຂອງໂລກ ເພື່ອປູທາງສຳລັບການສ້າງເຄືອຂ່າຍການສື່ສານຄວາມປອດໄພສູງລະຫວ່າງອາວະກາດ ກັບ ພື້ນໂລກ ແລະ ປອດການແຮັກຂໍ້ມູນ

ຕາມລາຍງານຂອງສຳນັກຂ່າວຊິນຫົວຂອງຈີນ ເມື່ອວັນອັງຄານທີ 16 ສິງຫາ 2016 ທີ່ຜ່ານມາ ວ່າ ດາວທຽມສື່ສານ ຄວອນຕັມ ດັ່ງກ່າວມີຊື່ເຕັມວ່າ Quantum Experiments at Space Scale (QUESS) ແລະ ມີຊື່ຫຼິ້ນວ່າ “ມໍຈື້” ນັກປັດສະຍາຊື່ດັງໃນອະດີດຂອງຈີນ ຖືກຍິງອອກຈາກສູນສົ່ງດາວທຽມ ຈິ່ວສວນ ໃນມົນທົນກາຊູ ທາງຕະເວັນຕົກສຽງເໜືອຂອງປະເທດ ເມື່ອເວລາ 01:40ໂມງ ວັນອັງຄານ ໂດຍມີໄລຍະທາງກວ່າ 600 ກິໂລແມັດ ຈະໂຄຈອນຮອບໂລກທຸກໆ 90 ນາທີ ຫຼັງຈາກເຂົ້າສູ່ວົງໂຄຈອນສຳພັນກັບດວງຕະເວັນທີ່ລະດັບສູງ 500 ກິໂລແມັດ

ພາລະກິດມີກຳນົດໄລຍະເວລາ 2 ປີ ຂອງດາວທຽມດວງນີ້ ຄືການສ້າງການສື່ສານ ເຊິງຄວອນຕັມ ໂດຍດາວທຽມຈະສ້າງ ໂຟຕອນພົວພັນ (entangled photon) ເຊິ່ງເປັນອະນຸພາບຍ່ອຍນ້ອຍໆ ຂອງອະຕອມຂອງແສງຫຼາຍໆຄູ່ ແລະ ຍິງໂຟຕອນໜຶ່ງໃນຄູ່ນັ້ນໆ ຈາກອາວະກາດລົງມາທີ່ໂລກມະນຸດ “ການສື່ສານຄວອນຕັມ ຊ່ວຍຍົກລະດັບຂັ້ນສູງ ເນື່ອງຈາກຄວອນຕັມຂອງໂຟຕອນ ບໍ່ສາມາດແຍກອອກຈາກກັນ ຫຼື ເຮັດສຳເນົາໄດ້ ຈິ່ງເປັນໄປບໍ່ໄດ້ທີ່ຈະສາມາດຫຼັກຟັງ, ດັກຈັບສັນຍານ ຫຼື ເຈາະລະຫັດຂໍ້ມູນທີ່ສົ່ງຜ່ານມັນໄດ້”

ດ້ານ ທ່ານ ພານ ຈ້ຽນເວີ່ຍ ນັກວິທະຍາສາດຜູ້ເປັນຫົວໜ້າໂຄງການດາວທຽມວິທະຍາສາດ ຄວອນຕັມ (QSS) ກ່າວວ່າ ດາວທຽມ ມໍຈື້ ຖືເປັນຈຸດປ່ຽນບົດບາດຂອງຈີນ ຈາກຖານະຜູ້ຕາມໃນການພັດທະນາດ້ານເທັກໂນໂລຢີການສື່ສານແບບເກົ່າ ກ້າວເຂົ້າສູ່ຄວາມເປັນໜຶ່ງໃນຜູ້ນຳສູ່ຄວາມສຳເລັດໃນອານາຄົດ

ທີ່ມາ: http://www.thairath.co.th/content/692497

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...