spot_img
Homeຂ່າວຕ່າງປະເທດຈີນລວມຕົວກັນຮຽກຮ້ອງໃຫ້ກວດສອບຫ້ອງທົດລອງໃນສະຫະລັດ ເຊື່ອເປັນແຫຼ່ງກຳເນີດໂຄວິດ

ຈີນລວມຕົວກັນຮຽກຮ້ອງໃຫ້ກວດສອບຫ້ອງທົດລອງໃນສະຫະລັດ ເຊື່ອເປັນແຫຼ່ງກຳເນີດໂຄວິດ

Published on

ສຳນັກຂ່າວໄທຣັດລາຍງານ: ກຸ່ມຄົນຈີນຈຳນວນ 25 ລ້ານຄົນໄດ້ລວມຕົວກັນລົງທະບຽນອອນລາຍ ເພື່ອສົ່ງໜັງສືຄຳຮ້ອງໄປຫາອົງການອະນາໄມໂລກ ໂດຍຮຽກຮ້ອງໃຫ້ເຂົ້າກວດສອບຫ້ອງປະຕິບັດງານດ້ານຊີວະພາບ ຟອດ ເດທຣິກ ຂອງສະຫະລັດອາເມລິກາ ເພາະເຊື່ອວ່າຫ້ອງທົດລອງດັ່ງກ່າວອາດເປັນແຫຼ່ງກຳເນີດຂອງເຊື້ອໂຄວິດ-19 ກ່ອນລະບາດເປັນວົງກວ້າງໃນປັດຈຸບັນ.

ຄຳຮ້ອງທາງອອນລາຍໄດ້ຮຽກຮ້ອງໃຫ້ມີການສອບສວນຫ້ອງປະຕິບັດງານດ້ານຊີວະພາບ ຟອດ ເດທຣິກ ເພາະເຊື່ອວ່າເປັນຕົ້ນກຳເນີດຂອງໄວຣັສໂຄໂຣນ່າສາຍພັນໃໝ່ ແລະ ຕ້ອງການໃຫ້ມີການກວດສອບດ້ານຄວາມປອດໄພຂອງຫ້ອງທົດລອງແຫ່ງນີ້ ເຊິ່ງການຮ່ວມລົງທະບຽນຄັ້ງນີ້ຖືເປັນຄວາມຄິດເຫັນຂອງສາທາລະນະຊົນຊາວຈີນໃນວົງກວ້າງ.

ລາຍງານຍັງໄດ້ລະບຸວ່າ ຫ້ອງປະຕິບັດງານດ້ານຊີວະພາບ ຟອດ ເດທຣິກ ແຫ່ງນີ້ ໄດ້ມີການເກັບຮັກສາເຊື້ອໄວຣັສທີ່ເປັນອັນຕະລາຍຫຼາຍຊະນິດໄວ້ ເຊິ່ງຫ້ອງປະຕິບັດງານດັ່ງກ່າວເຄີຍເກີດປັນຫາເຊື້ອໄວຣັສຮົ່ວໄຫຼໃນປີ 2019 ກ່ອນຈະມີການລະບາດໃຫຍ່ຂອງພະຍາດໂຄວິດ-19 ໃນອູ່ຫັ່ນ, ປະເທດຈີນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...