spot_img
Homeຂ່າວຕ່າງປະເທດຈີນພ້ອມສົ່ງວັກຊີນໂຄວິດ-19 ອອກສູ່ສາທາລະນະໃນເດືອນພະຈິກ 2020

ຈີນພ້ອມສົ່ງວັກຊີນໂຄວິດ-19 ອອກສູ່ສາທາລະນະໃນເດືອນພະຈິກ 2020

Published on

ເວັບໄຊ bangkokbiznews ລາຍງານ ໂດຍອ້າງອີງແຫຼາງຂ່າວຈາກສຳນັກຂ່າວຣອຍເຕີວ່າ ສູນຄວບຄຸມ ແລະ ປ້ອງກັນໂຣກຂອງຈີນ ຫຼື ຊີດີຊີ ເປີດເຜີຍວ່າ ວັກຊີນຕ້ານໂຄວິດ-19 ທີ່ຈີນພັດທະນາຂຶ້ນໃນເດືອນພຶດສະພາ 2020ທີ່ຜ່ານມາ ພ້ອມໃຊ້ງານໄດ້ໃນໄລຍະຕົ້ນເດືອນພະຈິກນີ້.

ປັດຈຸບັນ, ຈີນມີວັກຊີນໂຄວິດ-19 ຈຳນວນ 4 ລາຍການ ຢູ່ໃນການທົດລອງທາງຄລີນິກເປັນຂັ້ນຕອນສຸດທ້າຍ ໂດຍກ່ອນໜ້ານີ້ ໄດ້ມີການເປີດຕົວວັກຊີນຢ່າງໜ້ອຍ 3 ລາຍການໄປໃນເດືອນກໍລະກົດ ເພື່ອສະເໜີຊັກໃຫ້ກັບຜູ້ປະຕິບັດງານທີ່ຈຳເປັນກໍລະນີສຸກເສີນ.

ທ່ານ ນາງ ກຸ້ຍເສິ່ນ ອຸ໋ ຫົວໜ້າດ້ານຄວາມປອດໄກຂອງຊີວະພາບຂອງຊີດີຊີ ໄດ້ໃຫ້ສຳພາດທາງໂທລະ ພາບແຫ່ງຊາດຈີນເມື່ອວັນຈັນທີ 14 ກັນຍາ 2020 ວ່າ ການທົດລອງວັກຊີນຕ້ານໂຄວິດ-19 ທີ່ກຳລັງຢູ່ໃນຂັ້ນຕອນທົດລອງ ແລະ ພ້ອມນຳອອກສູ່ສາທາລະນະໄດ້ໃນເດືອນພະຈິກ ຫຼື ເດືອນທັນວານີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...