ຈີນປາບປາມການຄ້າໄມ້ເຖື່ອນ ແລະ ປົກປ້ອງຕົ້ນໃມ້ຫາຍາກໄດ້ 530 ຕົ້ນ

0
1159

ເຈົ້າໜ້າທີ່ຈີນ ໄດ້ປົກປ້ອງຕົ້ນໄມ້ເນື້ອແຂງ ທີ່ອາຍຸເກົ່າແກ່ ແລະ ຫາໄດ້ຍາກ ຈຳນວນ 530 ຕົ້ນ ນັບຕັ້ງແຕ່ມີການດຳເນີນໂຄງການຕໍ່ຕ້ານການລັກລອບຄ້າຕົ້ນໄມ້ບູຮານ ແລະ ຫາຍາກ ໃນເດືອນກັນຍາປີກ່ອນນີ້.

ທາງກະຊວງຄວາມໝັ້ນຄົງສາທາລະນະຂອງຈີນ ລາຍງານວ່າເຈົ້າໜ້າທີ່ໄດ້ແກ້ໄຂຄະດີອາຍາ 135 ຄະດີແລ້ວສາມາດຈັບຜູ້ຖືກສົງໄສ 360 ຄົນ ໃນຄະດີກ່ຽວຂ້ອງກັບການລັກລອບຕັດ ທຳລາຍ ຊື້ ຂົນ ແປຮູບ ແລະ ຄ້າໄມ້ບູຮານ ແລະ ຕົ້ນໄມ້ຫາຍາກ.

ແຫຼ່ງຂ່າວຈາກ Xinhua