ຈີນບຸກຈັບແກ໊ງຜະລິດເງິນຢວນປອມ ມູນຄ່າ 210 ລ້ານຢວນ!

400 aaaa 181109

ຂປລ. ອ້າງ​ຕາມ​ ສະຖານ​ນີ​ ໂທລະພາບ ຊີ​ຊີ​ທີ​ວີ ລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທ່ີ ຕຳຫລວດ​ຈີນ ສາມາດ​ຈັບ​ກຸ່ມ​ຜະລິດພັນທະ​ບັດ​ປອມ 29​ ຄົນ,  ຍຶດ ​ເຄື່ອງ​ຈັກ ​ພິມ​ພັນທະບັດ, ວັດ​ສະດຸ ​ແລະ ອຸປະ ກອນ ​ທ່ີ​ກ່ຽວຂ້ອງ​ອື່ນໆ ​ໂດ​ຍຄິດ​ເປັນ ​ມູນ​ຄ່າ 210 ລ້ານ​ຢວນ ພ້ອມ​ກັນ​ນັ້ນ ​ຍັງໄດ້​ທຳລາຍ ​ໂຮງງານ ​ຜະລິດ ​ພັນທະບັດ​ປອມ 2 ​ແຫ່ງ ຢູ່​ເມືອງ ຮຸຍ​ໂຈ ​ເຂດ​ມົນທົນ ​ກວາງ​ຕຸ​ງ ທາງ​ພາກ​ໃຕ້ ຂອງ​ປະ​ເທດ​ຈີນ.

 

ແຫລ່ງຂ່າວ:

ຂປລ