spot_img
Homeຂ່າວເຫດການປະທານສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເພດຍິງຢູເຣຊຽນ

ປະທານສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເພດຍິງຢູເຣຊຽນ

Published on

285

ຂປລ. ກອງປະຊຸຸມແມ່ຍິງ Eurasian  ໄດ້ໄຂຂຶ້ນ ໃນວັນທີ 24 ກັນຍາ 2015 ທີ່ນະຄອນເຊັນປີເຕີສເບີກ, ສະຫະພັນຣັດເຊຍ ໂດຍການເປັນປະທານ ຂອງທ່ານນາງ ວາເລັນຕີນາ ມັດວຽນໂກ, ປະທານສະພາສູງ ແຫ່ງສະຫະພັນຣັດເຊຍ.

ກອງປະຊຸມດັ່ງກ່າວ ມີຜູ້ແທນຈາກລັດຖະສະພາ, ລັດຖະບານ ແລະ ອົງການຕ່າງໆທີ່ສະໜັບສະໜູນບົດ ບາດເພດຍິງຂອງບັນດາ ປະເທດເອີຣົບ, ອາຊີ ແລະ ທະວີບອື່ນໆ ໃນທົ່ວໂລກມີ 80 ກວ່າປະເທດ ເຂົ້າຮ່ວມຈຳນວນ 700 ກວ່າຄົນ.

ໃນການກ່າວປາໄສເປີດ ຂອງກອງປະຊຸມ, ທ່ານ ນາງ ມັດວຽນໂກ ໄດ້ນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນຂອງເພດຍິງ ຢູ່ໃນຄອບຄົວ, ສັງຄົມ, ປະເທດ ແລະ ໃນສາກົນ. ພ້ອນນັ້ນ ບົດບາດເພດຍິງ ໃນຂົງເຂດວຽກງານ ທາງດ້ານການເມືອງ, ເສດຖະກິດວັດທະນະທຳ, ການຮ່ວມມືສາກົນ ເພື່ອສົ່ງເສີມ ບົດບາດ ແລະ ການມີສ່ວນ ຮ່ວມຂອງເພດຍິງ ໃນທຸກຂົງເຂດວຽກງານ. ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ສ່ວນໃຫຍ່ແມ່ນ ສະມາຊິກລັດຖະສະພາເພດຍິງ, ການນຳລັດຖະບານ, ນັກທຸລະກິດ, ນັກເຄື່ອນ ໄຫວເພື່ອສິດທິແມ່ຍິງ, ນັກວິທະຍາສາດ ລວມທັງຕົວແທນ ຈາກຫລາຍສາຂາອາຊີບ.

ທ່ານປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນນາມທີ່ເປັນການນຳເພດຍິງລະດັບສູງ ໄດ້ຮັບກຽດຂຶ້ນກ່າວປາໄສ ຕໍ່ກອງປະຊຸມໃນຫົວຂໍ້ “ສັນຕິພາບ, ການພັດທະນາ ແບບຍືນຍົງ ແລະ ການສົ່ງເສີມບົດບາດຂອງແມ່ຍິງ” ໂດຍທ່ານໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງສັນຕິພາບ ​ເຊິ່ງເປັນປັດໄຈ ທີ່ຈຳເປັນສຳລັບການ ພັດທະນາແບບຍືນຍົງ ກໍຄື ການປົກປ້ອງ ແລະ ສົ່ງເສີມບົດບາດຂອງເພດຍິງ ໃນວຽກງານຕ່າງໆຂອງສັງຄົມ. ພ້ອມກັນນັ້ນ ທ່ານປະທານ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຈັດຕັ້ງປະຕິບັດ ເປົ້າໝາຍຂອງການ ພັດທະນາແບບຍືນຍົງ (SDGs) ໂດຍການຜັນຂະຫຍາຍ ເຂົ້າສູ່ນິຕິກຳ ແລະ ນະໂຍບາຍພາຍໃນ ຂອງແຕ່ລະປະເທດ ​ເຊິ່ງໃນນັ້ນ ກໍມີເປົ້າໝາຍທີ່ລົງເລິກ ການປົກປ້ອງ ແລະ ສົ່ງເສີມເພດຍິງ ​ເຊິ່ງຖືເປັນການສືບຕໍ່ ເຮັດໃຫ້ສຳເລັດຂອງວຽກງານ ທີ່ໄດຮັບການຈັດຕັ້ງປະຕິບັດມາແລ້ວ ຜ່ານເປົ້າໝາຍສະຫັດສະວັດ ແຫ່ງການພັດທະນາ (MDGs).

ຜ່ານການປຶກສາຫາລືເປັນເວລາ 2 ວັນ ເວທີແມ່ຍິງ Eurasian ໄດ້ຮັບຮອງເອົາມະຕິຂອງກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມນຳໄປຈັດຕັ້ງປະຕິບັດ ຜັນຂະຫຍາຍຕໍ່ໄປ ​ເຊິ່ງເນື້ອໃນ ຕົ້ນຕໍຂອງມະຕິດັ່ງກ່າວ ໄດ້ສະແດງຄວາມ ເປັນຫວ່າງເປັນໄຍ ຕໍ່ການລຸກລາມຂອງບັນຫາຕ່າງໆ ​ເຊິ່ງເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ສະຫວັດດີພາບຂອງປະຊາຊົນ, ໂດຍສະເພາະແມ່ນຜູ້ຍິງ ແລະ ເດັກນ້ອຍ. ພ້ອມນັ້ນ ກໍໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງສະໜັບສະໜູນ ບັນດາຂໍ້ລິເລີ່ມສາກົນຕ່າງໆ ໃນການເລີ່ມສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ແລະ ເຮັດໃຫ້ເວທີປຶກສາຫາລືມືນີ້ ເປັນກົນໄກປົກກະຕິ ​ເຊິ່ງກອງປະຊຸມຄັ້ງຕໍ່ໄປ ຈະຈັດຂຶ້ນອີກທີ່ປະເທດຣັດເຊຍ ໃນປີ 2018. ຂົງເຂດ Eurasian ກວມເອົາບັນດາປະເທດ ໃນທະວີບເອີຣົບ ແລະ ອາຊີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...