spot_img
HomeຊີວິດແລະຄວາມຮັກWedding-Sex-loveຈີນຕັ້ງຕູ້ອັດສະລິຍະ ສະແກນບັດປະຈຳໂຕ ແລກຖົງຢາງອານາໄມຟຣີ!

ຈີນຕັ້ງຕູ້ອັດສະລິຍະ ສະແກນບັດປະຈຳໂຕ ແລກຖົງຢາງອານາໄມຟຣີ!

Published on

557000008799101

 

ແຂວງເຫີໜັນຂອງຈີນ ເປີດຕູ້ອັດສະລິຍະ ຈຳໜນ່າຍຖົງຢາງອານາໄມແກ່ປະຊາຊົນ ພ້ອມແຈກຟີໃຫ້ທຸກຄົນ

ເດືອນລະໜຶ່ງກ່ອງ.

 

ສື່ຕ່າງປະເທດລາຍງານວ່າ ຈີນເປີດໃຫ້ບໍລິການຕູ້ອັດສະລິຍະ ຈຳໜ່າຍຖົງຢາງອານາໄມ ໃນນະຄອນເຈີ້ງໂຈວ

ແຂວງເຫີໜັນ ທາງພາກກາງຂອງປະເທດ ໂດຍໃຊ້ພຽງບັດປະຈຳໂຕ ສະແກນທີ່ດ້ານໜ້າຕູ້ ກໍຈະໄດ້ຮັບຖົງ

ຢາງອານາໄມໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

 

ຢ່າງໃດກໍດີ ມີເງື່ອນໄຂວ່າ ຜູ້ໃຊ້ບໍລິການຕ້ອງເປັນພົນລະເມືອງທີ່ມີອາຍຸລະຫວ່າງ 18-60 ປີ ແລະ ຈະໄດ້ຮັບ

ຖົງຢາງຟີຼ 1 ກ່ອງຕໍ່ເດືອນເທົ່ານັ້ນ ໂດຍຕູ້ອັດສະລິຍະດັ່ງກ່າວນີ້ ຈະມີຖົງຢາງອານາໄມສຳຮອງຈ່າຍ 80 ກ່ອງ

ໃນແຕ່ລະກ່ອງບັນຈຸຖົງຢາງໄວ້ 10 ຖົງ.

 

ທ່ານ ຫວັງ ໜັນ ເຈົ້າໜ້າທ່ີ່ກ່ຽວຂ້ອງໃນເຂດຈິນສຸ່ຍ ກ່າວວ່າ ຕູ້ອັດສະລິຍະລຸ້ນໃໝ່ລ່າສຸດ ມີຄວາມສະດວກ

ແລະ ທັນສະໄໝກ່ວາຂອງເກົ່າຫຼາຍ ໂດຍມັນສາມາດສົ່ງຂໍ້ຄວາມແຈ້ງເຕືອນຜູ້ໃຫ້ບໍລິການ ຫາຫເຄື່ອງເກີດ

ມີບັນຫາຂັດຂ້ອງ ຫຼື ຖົງຢາງໝົດໃນຕູ້ອີກດ້ວຍ.

 

ດ້ານທ່ານ ຫຼິງ ທິງ ຫຼັນ ຈາກສຳນັກງານສາທາລະນະສຸກ ແລະ ການວາງແຜນຄອບຄົວ ປະຈຳແຂວງດັ່ງກ່າວ

ໄດ້ກ່າວເສີມວ່າ ສຳລັບຄົນທີ່ວິຕົກກັງວົນວ່າ ຂໍ້ມູນສ່ວນຕົວຈະຮົ່ວໄຫຼອອກໄປນັ້ນ ຂໍອະທິບາຍວ່າ ຂໍ້ມູນທັງ

ໝົດຈະຖືກສົ່ງໄປຍັງສຳນັກງານສາທາລະນະສຸກ ແລະ ການວາງແຜນຄອບຄົວແຫ່ງຊາດໂດຍກົງ ດ້ວຍຊື່

ແລະ ແລະ ເລກສ່ວນກາງຂອງບັດປະຈຳໂຕ.

 

ເນື່ອງຈາກຈີນໄດ້ເປີດບໍລິການຕູ້ຈຳໜ່າຍຖົງຢາງອານາໄມ ໃນລາຄາ 1 ຢວນ ຕໍ່ອັນຢູ່ມາກ່ອນແລ້ວ ໂດຍ

ເປັນສ່ວນໜຶ່ງໃນນະໂຍບາຍເສີມສ້າງຄວາມປອດໄພ ແລະ ປ້ອງກັນໂລກອັນເກີດຈາກການມີເພດສຳພັນ

ໃນໝູ່ປະຊາກອນຂອງຈີນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...