spot_img
Homeຂ່າວຕ່າງປະເທດຈີນກວດພົບປີກໄກ່ແຊ່ແຂງນຳເຂົ້າຈາກບຣາຊິນປົນເປື້ອນໄວຣັດໂຄວິດ-19

ຈີນກວດພົບປີກໄກ່ແຊ່ແຂງນຳເຂົ້າຈາກບຣາຊິນປົນເປື້ອນໄວຣັດໂຄວິດ-19

Published on

ເວັບໄຊ sanook ລາຍງານວ່າ ຊິນຈຽງຂອງຈີນເປີດເຜີຍໃນວັນທີ 13 ສິງຫາ 2020 ວ່າ ຕົວຢ່າງປີກໄກ່ແຊ່ແຂງທີ່ນຳເຂົ້າຈາກບຣາຊິນນັ້ນພົບວ່າມີການຕິດເຊື້ອໂຄວິດ-19 ເຈົ້າໜ້າທີ່ດ້ານສາທາລະນະສຸກຂອງຊິນຈຽງໄດ້ຕິດຕາມ ແລະ ກວດສອບບຸກຄົນທັງໝົດທີ່ອາດສຳພັດກັບຜະລິດຕະ ພັນອາຫານທີ່ປົນເປື້ອນເຊື້ອໂຄວິດ-19 ດັ່ງກ່າວ ແຕ່ອນນີ້ຍັງບໍ່ພົບຜູ້ຕິດເຊື້ອ.

ນອກຈາກນີ້,​ ຈີນຍັງໄດ້ລາຍງານອີກວ່າ ພົບເຊື້ອໄວຣັດໂຄວິດ-19 ເທິງ Packaging ຂອງກຸ້ງທີ່ນຳເຂົ້າມາຈາກເອກວາດໍ.

ນັບຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ ເມືອງອື່ນໆຫຼາຍແຫ່ງຂອງຈີນ ມີລາຍງານການພົບເຊື້ອໂຄວິດ-19 ໃນລັກສະນະດັ່ງກ່າວ ເຊິ່ງເຮັດໃຫ້ຈີນສັ່ງລະງັບການນຳເຂົ້າກຸ້ງຈາກຜູ້ຜະລິດ 3 ບໍລິສັດຈາກເອກວາດໍ ລວມເຖິງເພີ່ມການກວດສອບຢ່າງເຂັ້ມງວດກັບ Packaging ປະເພດຊີ້ນ ແລະ ອາຫານທະເລທີ່ທ່າເຮືອສຳຄັນຕ່າງໆ ຫຼັງໂຄວິດ-19 ກັບມາລະບາດຮອບໃໝ່ໃນເດືອນ ມິຖຸນາທີ່ຜ່ານມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...