ຈັບໝໍດູ ຫຼອກລວງປະຊາຊົນ

ໝໍດູ

ທ້າວ ຂຽນ ຈັນທີ ອາຍຸ 48 ປີ, ສັນຊາດລາວ, ບ້ານ ໂນນສະຫວັນ, ເມືອງ ໂພນທອງ, ແຂວງ ຈຳປາສັກ ຖືກກັກຕົວໃນວັນທີ 9 ສິງຫາ 2015 ຂໍ້ຫາຍັກຍອກຊັບພົນລະເມືອງ ດ້ວຍກົນອຸບາຍວ່າເປັນໝໍດູ.

ຜ່ານການສືບສວນ-ສອບສວນ ທ້າວ ຂຽນ ຈັນທີ ໄດ້ຮັບສາລະພາບວ່າ: ໃນຕົ້ນເດືອນ ສິງຫາ 2015 ທ້າວ ລີ້ ແລະ ນາງ ລີ ( ຊື່ສົມມຸດ ) ປະຊາຊົນ ບ້ານ ໃໝ່ໜອງຜໍາ, ເມືອງ ຈຳປາສັກ, ແຂວງ ຈຳປາສັກ ໄດ້ໄປຫາຜູ້ກ່ຽວຢູ່ເຮືອນທີ່ບ້ານ ໂນນສະຫວັນ ເພື່ອໄປດູມໍໃນການຄ້າ ຂາຍ, ຫາເງິນ-ຫາຄຳ, ຜ່ານການດູມໍໄດ້ບອກວ່າ: ຍ້ອນພູມເຮືອນ, ຕ້ອງເຮັດພິທີຍ້າຍພູມເຮືອນຈຶ່ງຈະດີ ຂຶ້ນ ແລະ ເສຍຄ່າຄາຍແມ່ນ 10.000 ບາດ ( ເງິນໄທ ) ເຊິ່ງທ້າວ ລີ້ ແລະ ນາງ ລີ ໄດ້ຕົກລົງ ເຮັດຕາມ ພ້ອມເສຍຄ່ານໍ້າມັນລົດໃຫ້ຜູ້ກ່ຽວອີກ 1.000.000 ກີບ, ໃນເວລາ 8.00 ໂມງມື້ຕໍ່ມາຜູ້ກ່ຽວ ແລະ ເມຍ ຈຶ່ງໄດ້ຂີ່ລົດໄປເຮືອນທ້າວ ລີ້ ຢູ່ບ້ານ ໃໝ່ໜອງຜຳເພື່ອເຮັດພິທີ ຍ້າຍພູມ ຕາມຕົກລົງກັນ.

ພາຍຫຼັງເຮັດສຳເລັດແລ້ວ ຜູ້ກ່ຽວໄດ້ບອກໃຫ້ທ້າວ ລີ້ ຕື່ມອີກວ່າ: ຢູ່ໃນຂອບເຂດ ເຮືອນ ຂອງທ້າວ ລີ້ແມ່ນມີຄຳຢູ່ໃນດິນ, ຖ້າເຮັດພິທີເອົາຄຳຂຶ້ນມາແລ້ວຕ້ອງເສຍຄ່າຄາຍອີກ 10.000.000 ກີບ ເວລານັ້ນທ້າວ ລີ້ບໍ່ທັນໃຫ້ຄຳຕອບ, ມື້ຕໍ່ມາທ້າວ ລີ້ ໄດ້ໂທຫາຜູ້ກ່ຽວໃຫ້ມາສູດເອົາຄຳຂຶ້ນ, ເມື່ອໄປຮອດ ເຮືອນທ້າວ ລີ້ແລ້ວ ຜູ້ກ່ຽວໄດ້ສັ່ງໃຫ້ທ້າວ ລີ້ຂຸດຂຸມແລ້ວເອົານໍ້າຖອກໃສ່ຈົນເຕັມ, ຈາກນັ້ນກໍ່ສັ່ງໃຫ້ທ້າວ ລີ້ໄປເກັບດອກໄມ້, ແລ້ວຜູ້ກ່ຽວຈຶ່ງໄດ້ເອົາທອງເຫຼືອງຄ້າຍຄືຄຳ 9 ແທ່ງຍັດລົງຂຸມດິນ, ເມື່ອທ້າວ ລີ້ ກັບມາແຕ່ເກັບດອກໄມ້ກໍ່ພ້ອມກັນທຳພິທີສູດເອົາຄຳຂຶ້ນ, ພໍນໍ້າທີ່ຖອກລົງ ໃສ່ຂຸມບົກລົງ ກໍ່ເຫັນທອງ ເຫຼືອງທີ່ຍ້ອມສີຄຳ 9 ແທ່ງພົ້ນຂຶ້ນມາແລ້ວຜູ້ກ່ຽວກໍ່ໄດ້ທຳພິທີຕໍ່ໄປພ້ອມ ທັງເວົ້າວ່າ: ໃຫ້ເອົາແພຂາວ ມາຫໍ່ໄວ້ຫ້າມຈັບຈົນຮອດກຳນົດ 7 ວັນ, ໃນແຕ່ລະວັນໃຫ້ເອົາທູບ 9 ດອກມາໄຕ້ບູຊາ, ຫຼັງຈາກນັ້ນທ້າວ ລີ້ຈຶ່ງເຮັດຕາມຈົນຮອດກຳນົດ 7 ວັນຈຶ່ງໂທຫາຜູ້ກ່ຽວວ່າຮອດກຳນົດແລ້ວ, ແຕ່ຜູ້ກ່ຽວໄດ້ບອກທ້າວ ລີ້ ຕື່ມອີກວ່າໃຫ້ເຮັດໄປຕື່ມອີກຈົນ ຮອດກຳນົດ 7 ວັນ, ເມື່ອຮອດກຳນົດ 7 ວັນອີກທ້າວ ລີ້ໄດ້ໂທ ຫາຜູ້ກ່ຽວອີກແຕ່ບໍ່ຮັບ, ເວລານັ້ນທ້າວ ລີ້ໄດ້ຖອດເບິ່ງ, ຈຶ່ງຮູ້ວ່າຄຳແທ່ງດັ່ງກ່າວເປັນຄຳປອມ, ຕໍ່ມາທ້າວ ລີ້ ແລະ ເມຍຈຶ່ງມາແຈ້ງ ຄວາມ ຕໍ່ກັບ ເຈົ້າໜ້າທີ່ຕຳຫຼວດເມືອງໂພນທອງ.

ຜ່ານການລົງເກັບກຳຂໍ້ມູນ ແລະ ຫຼັກຖານເຫັນວ່າ: ເຫດການດັ່ງກ່າວມີມູນຄວາມ ຈິງເຈົ້າໜ້າ ທີ່ຕຳຫຼວດ ເມືອງ ໂພນທອງ, ຈຶ່ງກັກຕົວທ້າວ ຂຽນ ຈັນທີ ມາດຳເນີນຄະດີຕາມລະບຽບກົດໝາຍ ຂອງ ບ້ານເມືອງ, ໃນຂໍ້ຫາຍັກຍອກຊັບພົນລະເມືອງ, ປັດຈຸບັນຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນປະກອບສຳ ນວນ-ສຳເນົາ ສົ່ງຟ້ອງໄອຍະການ-ສານເພື່ອດຳເນີນຄະດີຕາມລະບຽບກົດໝາຍ ຂອງບ້ານເມືອງຕໍ່ໄປ.

ໝໍດູ

ຂ່າວແລະພາບຈາກ: ສຳນັກຂ່າວຈຳປາໃໝ່