Homeຂ່າວຕ່າງປະເທດຄູ່ຮັກຈີນສ່ຽງຕາຍໃຊ້ໄຕ້ຝຸ່ນ “ຕູ້ຈຽນ”ເປັນສາກຫລັງຖ່າຍຮູບ

ຄູ່ຮັກຈີນສ່ຽງຕາຍໃຊ້ໄຕ້ຝຸ່ນ “ຕູ້ຈຽນ”ເປັນສາກຫລັງຖ່າຍຮູບ

Published on

1

ຄູ່​ຮັກ​ຈີນ​ສ່ຽງ​ຕາຍ​ໃຊ້​ໄຕ້​ຝຸ່ນ “ຕູ້​ຈຽນ” ເປັນ​ສາກ​ຫລັງຖ່າຍ​ຮູບ ຄູ່​ຮັກ​ຫລາຍກວ່າ 100 ຄູ່ ແຫ່​ກັນສ່ຽງ​ຕາຍ​ຖ່າຍ​ຮູບ​ແຕ່ງ​ງານ​ໜ້າ​ຫາດຊາຍ ​ທີ່​ພາ​ຍຸ​ໄຕ້​ຝຸ່ນ​ຕູ້​ຈຽນ​ພັດ​ເຂົ້າ​ຝັ່ງ ຫລັງ​ລົມ​ແຮງຄື້ນ​ສູງ​ໄດ້​ໃຈ ໃຫ້​ພາ​ບອອກ​ມາ​ງາມ ວັນພຸດ​ທີ່ 30 ກັນຍາ 18:21 ນ.  ເວັບ​ໄຊຕ໌​ສຳ​ນັກ​ຂ່າວ “ຊີ​ຊີ​ທີ​ວີ”ຂອງ​ຈີນ ລາຍ​ງານ​ຈາກ​ມົນ​ທົນ​ຊານ​ຕົງ ປະເທດ​ຈີນ ເມື່ອ​ວັນທີ່ 30 ກັນຍາ ວ່າ ຄູ່​ຮັກ​ໜຸ່ມ​ສາວ​ຊາວ​ຈີນ​ກວ່າ 100 ຄູ່​ແຫ່​ກັນສ່ຽງ​ຕາຍ ຖ່າຍ​ຮູບ​ບໍລິເວນ​ຫາດຊາຍ​ເມືອງ​​ຫລື້​ເຈົ້າ ມົນ​ທົນ​ຊານ​ຕົງ ພື້ນ​ທີ່​ທີ່​ໄດ້ຮັບ​ອິດທິພົນ​ຂອງ​ໄຕ້​ຝຸ່ນ​ຕູ້​ຈຽນ ເປັນ​ສາກຫລັງ​ໃນ​ຮູບ​ພີ​ເວດ​ດິ້ງ​ຂອງ​ຕົນເອງ ເນື່ອງ​ຈາກ​ບໍລິເວນ​ນັ້ນ​ມີ​ລົມ​ແຮງ​ ແລະ ​ຄື້ນ​ສູງ ເມື່ອ​ຄື້ນ​​ພັດ​ເຂົ້າ​ຊາຍ​ຝັ່ງ​ເຮັດໃຫ້​ໄດ້​ພາ​ບອອກ​ມາ​ສີ​ງາມ​ ແລະ​ ເປັນ​ສາກ​ທີ່​ໜ້າ​ປະ​ທັບ​ໃຈ ນອກນີ້ຜູ້​ທີ່​ຜ່ານ​ໄປ​ມາ​ເຂົ້າໃຈ​ວ່າ ​ບ່າວ​ສາວ​ເຫລົ່າ​ນີ້​ຕ້ອງ​ການ​ໃຫ້​ຄື້ນ​ລົມ​ເປັນ​ພະຍານ​ໃນ​ຄວາມ​ຮັກ​ຂອງ​ພວກເຂົາ​ເທື່ອ​ນີ້​    ທັງ​ນີ້ພາ​ຍຸ​ຕູ້​ຈຽນເພີ່ມທະວີ​ຄວາມ​ຮຸນແຮງ​ຂຶ້ນ​ເປັນ​ຊູ​ເປີ​ໄຕ້​ຝຸ່ນ ກ່ອນ​ພັດ​ຂຶ້ນ​ຝັ່ງ​ທີ່​​ມົນ​ທົນ​ອີ໋​ຫລານ ທາງ​ຕະເວັນ​ອອກ​ຂອງ​ໄຕ້​​ຫວັນ ແຮງ​ພາ​ຍຸ​ເຮັດໃຫ້​ຕົ້ນ​ໄມ້​ຫັກ​ລົ້ມ ມີ​ຝົນ​ຕົກ​ໜັກ​ ແລະ ​ດິນ​​ເຈື່ອນ​ໃນ​ຫລາຍ​ພື້ນ​ທີ່ ມີ​ລາຍ​ງານ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍ 3 ລາຍ ແລະ​ ບາດ​ເຈັບ​ຢ່າງ 324 ລາຍ ຈາກ​ອຸປະຕິເຫດ​ທາງລົດ ​ແລະ​ ໄດ້ຮັບ​ບາດ​ເຈັບ​ຈາກ​ວັດ​ຖຸທີ່​ຖືກ​ກະ​ແສ​ລົມ​ພັດ​ມາ ທາງ​ການ​ໄຕ້​​ຫວັນ​ສັ່ງ​ອົບ​ພະຍົບ​ປະຊາຊົນ​ຫລາຍກວ່າ 12,000 ຄົນ ຂະນະ​ທີ່​ປະຊາຊົນ​ປະມານ 2 ລ້ານ​ຫລັງ​ຄາ​ເຮືອນ​ບໍ່​ມີ​ໄຟ​ຟ້າ​ໃຊ້“

2 3 4

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...