ຈັບໜຸ່ມແອບອ້າງເປັນທະນາຍ ບໍ່ເຄີຍຮຽນກົດໝາຍ ແຕ່ເວົົ້າຄວາມຊະນະທຸກຄະດີ

0
1441

ເວັບໄຊ້ຂ່າວຕ່າງປະເທດ ລາຍງານໃນວັນທີ 17 ຕຸລາ 2023 ນີ້ວ່າ: ມີຊາຍຊາວເຄັນຍາລາຍໜຶ່ງຊື່ວ່າ: ໄບອັນ ມະເວນດາ ນະຈາກີ  (Brian Mwenda Njagi) ຖືກເຈົ້າໜ້າທີ່ເຂົ້າຈັບກຸມໃນຂໍ້ຫາ ແອບອ້າງເປັນທະນາຍຄວາມ ໂດຍເຂົາເວົ້າຄວາມໂດຍແອບອ້າງຊື່ຂອງທະນາຍທີ່ມີຕົວຕົນຊື່ວ່າ: ໄບອັນ ມະເວນດາ ເຊິ່ງເຂົາເວົ້າຄວາມຊະນະທຸກຄະດີ ໂດຍເຂົາບໍ່ເຄີຍຮຽນກົດໝາຍມາກ່ອນ.

ຕາມການລາຍງານຂອງເຈົ້າໜ້າຕຳຫຼວດທີ່ລະບຸວ່າ: ຊາຍຄົນນີ້ເວົ້າຄວາມທັງໝົດ 26 ຄະດີ ແລະ ຊະນະທັງໝົດ 26 ຄະດີ ລະຫວ່າງທີ່ເຂົາປອມຕົວເປັນທະນາຍຄວາມ ຈຶ່ງເຮັດໃຫ້ບໍ່ມີຄົນສົງໃສວ່າເຂົາບໍ່ແມ່ນນັກກົດໝາຍ ຈົນມາຮອດມື້ທີ່ສະມາຄົມກົດໝາຍແຫ່ງເຄັນຍາໄດ້ຖືກຮ້ອງຮຽນຈາກ ໄບອັນ ມະເວນດາ ທີ່ເປັນທະນາຍຕົວຈິງເພາະວ່າເຂົ້າບັນຊີທະນາຍຂອງຕົນເອງບໍ່ໄດ້ ແລະ ພົບວ່າລາຍລະອຽດບາງຢ່າງມີການປ່ຽນແປງ, ພາຍຫຼັງຈາກການກວດສອບພົບວ່າ: ຂໍ້ມູນບັນຊີຂອງທະນາຍຕົວຈິງຖືກແກ້ໄຂ ແລະ ມີການປ່ຽນຮູບພາບ ແລະ ຂໍ້ມູນຕ່າງໆ ເພື່ອປົກປິດວ່າເຂົາບໍ່ເຄີຍຮຽນກົດໝາຍມາກ່ອນ ເມື່ອເຈົ້າໜ້າທີ່ຮວບຮວມຫຼັກຖານໄດ້ພຽງພໍ ຈຶ່ງໄດ້ຈັບກຸມທະນາຍຕົວປອມໄວ້.

​ຢ່າງ​ໃດ​ກໍ​ຕາມ, ​ເຖິງ​ວ່າຄະດີຄວາມດັ່ງກ່າວ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ ໂດຍສະເພາະໃນບັນດາທະນາຍຄວາມ ແຕ່ໃນທາງກົງກັນຂ້າມ, ເລື່ອງຂອງລາວໄດ້ສ້າງຄວາມປະທັບໃຈໃຫ້ແກ່ປະຊາຊົນ ເຊິ່ງໜຶ່ງໃນອະດີດລູກຄວາມຂອງລາວໄດ້ມອອກແບ່ງປັນເລື່ອງທີ່ວ່າ: ລາວໄດ້ຮັບຄວາມຍຸດຕິທໍາ ແລະ ພິສູດຄວາມບໍລິສຸດຂອງລາວ ເນື່ອງຈາກໄດ້ທະນາຍຄວາມຄົນນີ້ເວົ້າຄວາມໃຫ້.

ນອກຈາກນີ້ບັນດາ​ບໍລິສັດ​ໃຫຍ່​ຂອງ​ເຄັນ​ຍ້າຍັງ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຕຽມ​ພ້ອມ​ທີ່​ຈະ​ຈ່າຍ​ເງິນ​ປະກັນ​ຕົວ. ຍ້ອນວ່າລາວມີຄວາມປະທັບໃຈຫຼາຍກັບທັກສະຂອງທ້າວ Brian Mwenda Njagi, ທັງນີ້ຕາມ​ການລາຍງານລະບຸເພີ່ມເຕີມວ່າ: ຫຼັງຈາກນີ້ເຂົາຈະຂຶ້ນສານຕໍ່ໄປ ເຊິ່ງໃນຮອບນີ້ບໍ່ແມ່ນໃນຖານະທະນາຍຄວາມ, ແຕ່ເປັນຖານະຂອງຜູ້ຕ້ອງຫາແທນ.