Homeຂ່າວພາຍ​ໃນແຈ້ງເຕືອນລະດັບນໍ້າ-ນໍ້າເຊກອງໃນວັນທີ 18 ຕຸລາ

ແຈ້ງເຕືອນລະດັບນໍ້າ-ນໍ້າເຊກອງໃນວັນທີ 18 ຕຸລາ

Published on

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຈ້ງເຕືອນ ລະດັບນໍ້າ-ນໍ້າເຊກອງ.

ບໍລິສັດ ຫຸ້ນສ່ວນ ເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື້ອຍ) ປະເທດ ສ.ສ ຫວຽດນາມ ຈະໄດ້ປ່ອຍນ້ຳອອກຈາກອ່າງເກັບນໍ້າ ໃນເວລາ 12:00 ໂມງ ຂອງວັນທີ 18 ຕຸລາ 2023 ໃນບໍລິມາດການປ່ອຍແມ່ນ; 1.600 ແມັດກ້ອນວິນາທີ, ລະດັບນ້ຳເຊກອງຈຸດວັດແທກບ້ານທ່າຫຼວງເວລາ 7:00 ໂມງ ຂອງວັນທີ 18 ຕຸລາ 2023 ແທກໄດ້ 5,57 ແມັດ ແລະ ຄາດຄະເນວ່າລະດັບນ້ຳ-ນ້ຳເຊກອງແຕ່ວັນທີ 18-20 ຕຸລາ 2023 ຈະມີປະລິມານສູງຂຶ້ນໂດຍສະເລ່ຍປະມານ 9,50-10,50 ແມັດ; (ລະດັບນໍ້າເຂດເຕືອນໄພ: 17,50 ແມັດ; ເຂດ ອັນຕະລາຍ: 18,50 ແມັດ).

ປັດຈຸບັນລະດັບນ້ຳເຊກອງທີ່ເມືອງກະລຶມເກົ່າເວລາ 7:00 ໂມງ ຂອງວັນທີ 18 ຕຸລາ 2023 ແມ່ນຖ້ວມຂົວຂ້າມເຊກອງ ໄປເມືອງກະລຶມໃໝ່ແລ້ວ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງ ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນອ້ອມຂ້າງແຂວງ ແລະ 4 ຕົວເມືອງ, ຕະຫຼອດຮອດພໍ່ຄ້າ-ຊາວຂາຍ, ຫົວໜ່ວຍທຸລະກິດທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຕັ້ງ ຖິ່ນຖານ ຫຼື ທໍາມາຫາກິນຢູ່ລຽບຕາມແຄມແມ່ນໍ້າເຊກອງ ແລະ ບັນດາສາຂາ ຈົ່ງມີສະຕິລະມັດລະວັງຈາກສະພາບການດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້. ພ້ອມນີ້ກໍໃຫ້ຕິດຕາມຂ່າວສະພາບລະດັບນ້ຳຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບ ຂອງແຂວງເປັນປະຈໍາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...