spot_img
Homeຂ່າວພາຍ​ໃນຈັບສອງພໍ່ລູກ ພ້ອມຢາບ້າ 101 ເມັດໄປດໍາເນີນຄະດີ

ຈັບສອງພໍ່ລູກ ພ້ອມຢາບ້າ 101 ເມັດໄປດໍາເນີນຄະດີ

Published on

ໃນວັນທີ 16 ກັນຍາ 2022, ເຈົ້າໜ້າທີ່ຕໍາຫຼວດບໍລິການປະຊາຊົນ ກຸ່ມບ້ານສີວິໄລ ສົມທົບກັບການ ຈັດຕັ້ງບ້ານຜາແຕ ເມືອງລອງ ແຂວງຫຼວງນໍ້າທາ ເຄື່ອນໄຫວຕິດຕາມສະພາບພາຍໃນບ້ານ ພົບເຫັນ ເປົ້າໝາຍສົງໄສ ຈຶ່ງ ເຂົ້າທໍາການກວດຄົ້ນຕົວ ທ້າວ ເຈີກອງ ອາຍຸ 60 ປີ ແລະ ທ້າວ ກອງໂຢະ ອາຍຸ 28 ປີ (ພໍ່ລູກ) ພົບເຫັນຂອງກາງຢາບ້າ 101 ເມັດ ຈຶ່ງຈັບພວກກ່ຽວໄປດໍາເນີນຄະດີ.

ຜ່ານການສອບສວນ ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວທີ່ເຈົ້າໜ້າທີ່ກວດພົບແມ່ນ ເປັນຂອງພວກກ່ຽວແທ້ ເຊິ່ງໄລຍະຜ່ານມາ ທ້າວ ເຈີກອງ ໄດ້ເຄື່ອນໄຫວເສບຢາບ້າມາແຕ່ ປີ 2017 ແລະ ໄດ້ຊື້ຢາບ້າມາຂາຍໃຫ້ໄວລຸ້ນຢູ່ພາຍໃນບ້ານ ສ່ວນທ້າວ ກອງໂຢະ ເລີ່ມເສບຢາບ້າມາແຕ່ປີ 2019 ແລະ ເສບແຕ່ລະຄັ້ງເເມ່ນໄດ້ຂໍນໍາຜູ້ເປັນພໍ່ເທື່ອລະ 1-2 ເມັດ.

ຜ່ານມາ ພວກກ່ຽວທັງສອງຄົນ ເຄີຍຖືກອົງການຈັດຕັ້ງບ້ານກ່າວຕັກເຕືອນໃຫ້ເຊົາພົວພັນຊື້ ແລະ ຂາຍຢາເສບຕິດ, ແຕ່ພວກກ່ຽວຍັງມີພຶດຕິກຳ ເຄື່ອນໄຫວຊື້ຂາຍຢາບ້າ ຈຶ່ງຖືກຈັບຕົວພ້ອມຂອງກາງຢາບ້າ 101 ເມັດ ໄປດໍາເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...