spot_img
Homeຂ່າວພາຍ​ໃນຈັບພໍ່ຄ້າຂົນຢາບ້າ 1 ແສນກວ່າເມັດ ໜີຜ່ານດ່ານກວດ

ຈັບພໍ່ຄ້າຂົນຢາບ້າ 1 ແສນກວ່າເມັດ ໜີຜ່ານດ່ານກວດ

Published on

       ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ຮ່ວມກັບເຈົ້າໜ້າທີ່ ປກສ ກຸ່ມບ້ານນາກຸນ ແລະ ເຈົ້າໜ້າທີ່ປະຈຳປ້ອມກວດທ່າສີ ແຂວງບໍລິຄຳໄຊ ຊ່ວຍກັນສະກັດລົດເກັງນ້ອຍຊູຊູກິສີຂາວ ທີ່ຫຼົບໜີຈາກດ່ານກວດ ໃນວັນທີ 24 ກັນຍາ 2018 ແລະ ເຈົ້າໜ້າທີ່ສາມາດຈັບຕົວ ທ້າວ ກິ່ງຊົ່ງ, ອາຍຸ 35 ປີ ບ້ານນາສາລາ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 25 ກັນຍາ 2018 ພ້ອມຂອງກາງຢາບ້າ 2 ເປົາ ກັບ 64 ເມັດ ລວມມີ 161.000 ກວ່າເມັດ.

ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ໃຫ້ຮູ້ວ່າ: ເວລາປະມານ 18:00 ໂມງ ຂອງວັນທີ 24 ກັນຍາ 2018 ໄດ້ມີກຸ່ມຄົນໄປສົ່ງຢາເສບຕິດລະຫວ່າງບ້ານນາກຸນ ຫາ ບ້ານຫວ້າ ເມືອງບໍລິຄັນ ແຂວງບໍລິຄຳໄຊ  ຈື່ງໄດ້ປະສານກຳລັງລົງກວດກາຕິດຕາມການເຄື່ອນໄຫວ ພົບເຫັນລົດເກັງສີຂາວ ທະບຽນ ກນ 9654 ກຳແພງນະຄອນ ໃນຂະນະທີ່ເຈົ້າໜ້າທີ່ກຳລັງຈະເຂົ້າຈັບກຸມຕົວ ແຕ່ເປົ້າໝາຍຮູ້ໂຕຈື່ງໄດ້ຫຼົບໜີໄປທາງປ້ອມທາສີ ມຸ່ງໜ້າມາທາງບ້ານແຄນຢ່ອງ ເມືອງ ບໍລິຄັນ. ເຈົ້າໜ້າທີ່ຈຶ່ງໄດ້ຂັບລົດໄລ່ຕິດຕາມຈົນຮອດເວລາ 11:00 ໂມງ ຂອງວັນທີ 25 ກັນຍາ 2018 ຈຶ່ງສາມາດກັກຕົວໄດ້. ໃນເບື້ອງຕົ້ນພົບຢາຕິດຕົວ ຈຳນວນ 64 ເມັດ ແລະ ໄດ້ສອບສວນຈຶ່ງຮູ້ວ່າມີຢາບ້າ ຈຳນວນ 2 ເປົາ ຊຸກເຊື່ອງໄວ້ແຄມປ່າໃກ້ກັບສວນໝາກນັດ. ສະນັ້ນ, ເຈົ້າໜ້າທີ່ຈື່ງນຳໄປຊີ້ຈຸດພົບຕື່ມອີກ 80 ເມັດ ແລະ 8 ຖົງນ້ອຍ ລວມຢາບ້າທັງໝົດ 161.000 ກວ່າເມັດ”.

ພາຍຫຼັງເຈົ້າໜ້າທີ່ຈັບຕົວ ຜູ້ກ່ຽວສາລະພາບວ່າ: ” ໃນເດືອນ ກັນຍາ 2018 ມີຜູ້ຮ່ວມຂະບວນການເອົາຢາບ້າມາໃຫ້ຜູ້ກ່ຽວຢູ່ເຮືອນ ຈຳນວນ 2 ເປົາ, ຕໍ່ມາ ວັນທີ 24 ກັນຍາ 2018 ເວລາປະມານ 13:00 ໂມງ ຕົນກັບລູກຊາຍ ເອົາຢາດັ່ງກ່າວຂຶ້ນໃສ່ໃນລົດເກັງຊູຊູກິ ທະບຽນ ກນ 9654 ກຳແພງນະຄອນ ເພື່ອຈະເອົາໄປໃຫ້ຂະບວນການຢູ່ ບ້ານຖ້ຳດິນ ເມືອງລອງຊານ ແຂວງໄຊສົມບູນ. ຈາກນັ້ນ, ຂັບລົດມາທາງເມືອງປາກຊັນ ມຸ້ງໜ້າໄປທາງບ້ານທ່າສີ ຫາ ບ້ານນາກຸນ ເມືອງບໍລິຄັນ ເຊິ່ງໄດ້ເກີດອຸບັດຕິເຫດຕຳກັບລົດຈັກ ຈຶ່ງໂຄ້ງກັບຄືນມາທາງບ້ານທ່າສີ ເພື່ອໄປໂຮງໝໍ. ພໍຂີ່ລົດມາຮອດປ້ອມຕຳຫຼວດ ເຫັນເຈົ້າໜ້າທີ່ກຳລັງລັດລົດ ຕົນຈຶ່ງໄດ້ຂັບລົດຜ່າດ່ານໄປ ແລ້ວເຈົ້າໜ້າທີ່ກໍໄລ່ຕິດຕາມ. ພໍຂັບຂີ່ມາຮອດຕີນພູແຫ່ງໜຶ່ງໄດ້ຈອດລົດ ແລ້ວເອົາຢາບ້າຈຳນວນ 2 ເປົາ ລົງໄປເຊື່ອງໄວ້ປ່າແຄມທາງຕີນພູໃກ້ກັບສວນໝາກນັດ ແລ້ວຂີ່ລົດກັບຄືນໄປທາງບ້ານ ທ່າສີ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ”.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...