ຈະເປີດໃຊ້ເສັ້ນທາງສະເພາະລົດບັນທຸກຂາອອກ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1

ດ່ານ​ສາກົນ​ຂົວ​ມິດຕະພາບ ລາວ-ໄທ 1 ນະຄອນຫຼວງ​ວຽງຈັນ ເປັນ​ດ່ານ​ແຫ່ງ​ໜຶ່ງ​ທີ່​ມີ​ລົດ ແລະ ຄົນ​ເຂົ້າ-ອອກ​ເປັນ​ຈຳນວນຫຼວງຫຼາຍ ສະເພາະ​ແຕ່​ພາຫະນະລົດ​ມື້ໜຶ່ງ​ຫຼາຍ​ຮ້ອຍ​ຄັນ ​ອັນໄດ້​ເຮັດ​ໃຫ້ການ​ຈາລະ​ຈອນ​ຢູ່ພາຍ​ໃນ​ດ່ານ​ເບື້ອງ​ຂາ​ອອກ​ອັ່ງ​ອໍ ເນື່ອງ​ຈາກ​ໃນ​ປັດຈຸບັນ​ເສັ້ນທາງຂາ​ອອກ​ທີ່​ມີ​ທັງ​ລົດ​ທົ່ວ​ໄປ ແລະ ລົດ​ບັນທຸກ​ສິນຄ້າ​ໃຊ້​ຮ່ວມ​ກັນ ເຊິ່ງ​ຄາດ​ວ່າ​ໃນ​ອະນາຄົດ​ບັນຫາດັ່ງກ່າວ ຈະ​ໄດ້​ຮັບ​ການ​ແກ້​ໄຂເນື່ອງ​ຈາກ​ບໍລິສັດ ເອັສ​ທີ​ກຣຸບ ຈຳກັດ ໄດ້​ໃຫ້​ທຶນ​ຊ່ວຍເຫຼືອ​ສ້າງເສັ້ນທາງ​ສຳລັບ​ໃຊ້​ແຕ່​ລົດ​ບັນທຸກ​ສະເພາະ ຈະ​ບໍ່​ໃຫ້​ໄປ​ປົນ​ເປກັບ​ຊ່ອງ​ທາງ​ລົດ​ທົ່ວ​ໄປ 8 ຕື້​ກວ່າ​ກີບ ເປັນ​ເສັ້ນທາງ​ເບ​ຕົງເສີມ​ເຫຼັກ​ມີ​ຄວາມ​ກວ້າງ 13 ແມັດ ແລະ ຄວາມ​ຍາວ 426.065 ແມັດ ໂດຍ​ແມ່ນ​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ເປັນ​ເຈົ້າຂອງ​ໂຄງການ ແລະ ບໍລິສັດ ຄອງ​ຊັບ​ກໍ່ສ້າງ-ຂົວ​ທາງ ຈຳກັດຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ເລີ່ມ​ລົງມື​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່ປີ 2015 ແລະ ສຳເລັດ​ຕົ້ນ​ປີ 2017 ເປັນ​ທາງ​ຕັດ​ໃໝ່​ອອກ​ທະລຸ​ໃສ່​ເສັ້ນທາງ​ທ່າ​ເດື່ອ ເພື່ອ​ສະດວກ​ເວລາ​ລົດ​ບັນທຸກ​ຂາ​ອອກ​ໄປໄທ​ຈະ​ຜ່ານ​ເສັ້ນທາງ​ດັ່ງກ່າວ ເນື່ອງ​ຈາ​ກວ່າ​ແຕ່​ລະ​ມື້​ມີ​ລົດ​ບັນທຸກ​ຜ່ານ​ດ່ານ​ແຫ່ງ​ນີ້ ສະເລ່ຍ​ມື້ໜຶ່ງ​ປະມານ 100 ຄັນ ສະເພາະແຕ່​ລົດ​ບັນທຸກ​ຂົນສົ່ງ​ນ້ຳມັນ​ເຊື້ອໄຟ​ສະເລ່ຍ​ອາທິດ​ໜຶ່ງ 200 ຄັນ ຖື​ວ່າ​ເປັນ​ຈຳນວນ​ຫຼາຍ​ສົມຄວນ ໃນ​ເມື່ອ​ລົດ​ບັນທຸກ​ຈຳນວນ​ນີ້​ໄປໃຊ້​ເສັ້ນທາງ​ເຂົ້າ​ດ່ານ​ຮ່ວມ​ກັບລົດ​ທົ່ວ​ໄປ ​ຈະ​ເຮັດ​ໃຫ້ການ​ສັນຈອນ​ແອ​ອັດ ແລະ ໄປ​ອັ່ງ​ອໍ​ຢູ່​ຈຸດ​ບໍລິ​ການ​ແລ່ນ​ເອກະສານ.

ທ່ານ ທອງ​ທິບ ສີ​ວິ​ໄຊ ຍັງໃຫ້​ຮູ້​ຕື່ມ​ວ່າ: ພາຍຫຼັງ​ໂຄງການກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ສຳເລັດ ທາງ​ດ່ານ​ກໍ່​ໄດ້​ມີ​ການ​ກະກຽມດ້ານ​ຕ່າງໆ​ເພື່ອ​ບໍລິການ ເປັນຕົ້ນ ຕັ້ງ​ຈຸດ​ກວດ​ຄົນພາສີ ກະສິກຳ ຊິງ​ຊັງ​ນ້ຳໜັກ ແລະ ອື່ນໆ ໂດຍລວມ​ແລ້ວ ມາ​ຮອດ​ປັດຈຸບັນແມ່ນ​ສຳເລັດ​ໂດຍ​ພື້ນຖານ ຍັງເຫຼືອ​ແຕ່​ສ້າງ​ປະຕູໂຂງ​ສົ້ນ​ຂາ​ເຂົ້າຢູ່​ຕິດ​ກັບ​ເສັ້ນທາງ​ທ່າ​ເດື່ອ ແລະ ພ້ອມ​ທີ່​ຈະ​ເປີດ​ໃຫ້​ບໍລິການ​ຢ່າງເປັນ​ທາງ​ການ​ໃນ​ຕົ້ນ​ເດືອນ​ພະຈິກ 2017 ດັ່ງນັ້ນ ຈຶ່ງ​ແຈ້ງ​ມາ​ຍັງບັນດາ​ຜູ້​ປະກອບ​ການ​ທຸລະ​ກິດ ຂົນສົ່ງ​ສິນຄ້າ​ຜ່ານ​ດ່ານ​ສາກົນຂົວ​ມິດຕະພາບ ລາວ-ໄທ 1 ໃຫ້ໄປ​ໃຊ້​ເສັ້ນທາງ​ດັ່ງກ່າວ ພາຍຫຼັງທີ່​ເປີດ​ໃຫ້​ບໍລິການ ແລະ ຈະ​ບໍ່​ໃຫ້ໄປ​ໃຊ້​ເສັ້ນທາງ​ຂາ​ອອກ​ຮ່ວມ​ກັບລົດ​ທົ່ວ​ໄປ​ຄື​ຜ່ານ​ມາ​ອີກ ສ່ວນລົດ​ທົ່ວ​ໄປ​ກໍ່​ບໍ່​ໃຫ້​ໄປ​ໃຊ້​ຮ່ວມ​ກັບເສັ້ນທາງ​ລົດ​ບັນທຸກ​ຂາ​ອອກ​ຢ່າງເດັດຂາດ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່