spot_img
Homeຂ່າວທ້ອງຖິ່ນງານເທດສະການອາຫານລາວ ປະຈຳປີ 2022

ງານເທດສະການອາຫານລາວ ປະຈຳປີ 2022

Published on

ງານເທດສະການອາຫານລາວ ຈະຖືກຈັດຂຶ້ນໃນລະຫວ່າງ ວັນທີ 25-29 ມັງກອນ 2022 ນີ້.

ຕາມການລາຍງານ ຂອງແຟນເພຈ Business Women’s Association ໃຫ້ຮູ້ວ່າ: ໃນວັນທີ 05 ມັງກອນ 2022 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດພິທີຖະແຫຼງຂ່າວ ງານເທດສະການອາຫານລາວ ປະຈຳປີ 2022 ທີ່ ຫອງປະຊຸມຕຶກ KC ນະຄອນຫຼວງວຽງຈັນ.

ພາຍໃຕ້ການເປັນປະທານເປີດພີທີດັ່ງກ່າວຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ ແລະ ໃຫ້ກຽກເຂົ້າຮ່ວມໂດຍ ທ່ານ ນ. ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນ. ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນ. ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສທຍ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ, ທ່ານ ສະຖຽນ ມ່ວນວົງສາ ຜູ້ຈັດການກິດຈະກໍາ ແລະ ອຸປະຖໍາ ບໍລິສັດເບຍລາວ, ມີຄະນະບໍລິຫານ ສທຍ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ງານເທດສະການອາຫານລາວ ປິ 2021

ໃນປີ 2022 ນີ້ ສະມາຄົມນັກທຸລະກິດແມ່ຍິງ ຈະໄດ້ຈັດງານເທດສະການອາຫານລາວຂຶ້ນ ໃນລະຫວ່າງ ວັນທີ 25-29 ມັງກອນ 2022 ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່”

ງານເທດສະການອາຫານລາວ ປິ 2021

ພ້ອມແຈ້ງວ່າ: ພວກເຮົາໄດ້ຂັດຈ້ອນເອົາຮ້ານອາຫານລາວເປັນຕົ້ນຕໍ ເຊິ່ງຈະມີຮ້ານວາງສະແດງທັງໝົດ 120 ຮ້ານ ໃນນັ້ນຈະມີຮ້ານອາຫານລາວຈາກເອກະລັກຂອງທ້ອງຖິ່ນຈາກທຸກແຂວງທົ່ວປະເທດຕັ້ງແຕ່ເໜືອຮອດໃຕ້ ແລະ ຈະມີ ຮ້ານເຄື່ອງຫັດຖະກໍາ ແລະ ກະສິກໍາ ອີກດ້ວຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...